ໄຕຣ​ສິກ​ຂາ

Phan liddasak
0

 

ໄຕຣ​ສິກ​ຂາ


ໄຕຣ​ສິກ​ຂາ​ ແປວ່າ: ​ສິກ​ຂາ​ 3​ ໝາຍ​ເຖິງ​ ຂໍ້​ປະຕິບັດ​ທີ່​ຕ້ອງ​ສຶກ​ສາ​ 3 ຢ່າງ​ ຄື​:


1. ສິນສິກຂາ ຫລື ​ຂະບວນ​ການ​ລະບຽບ​ປະຕິບັດ ​(ວິ​ນັຍ​) ເພື່ອ​ໃຫ້​ເກີດ​ວາ​ຈາຊອບ,​ ການ​ກະທຳ​ຊອບ ​ແລະ​ ການ​ປະກອບ​ອາ​ຊີບ​ຊອບ ເປັນ​ແນວ​ທາງ​ ແລະ​ ກອບ​ທີ່​ກຳ​ກັບ​ການ​ກະທຳ​ ຫລື ​ການ​ປະກອບ​ກິດຈະກຳ​ຕ່າງ​ໆ​ນັ້ນ​ເອງ​.


2. ສ​ະມາ​ທິສິກຂາ​ ຫລື​ ຂະບວນ​ການ​ຝຶກ​ອົບຮົມ​ຈິດ​ສຳ​ນຶກ ​ເພື່ອ​ໃຫ້​ເກີດ​ຄວາມ​ພຽນ​ຊອບ ການ​ລະ​ນຶກຊອບ ​ແລະ ​ມີ​ຈິດ​ສຳ​ນຶກ​ທີ່ຊອບ ເປັນ​ຂະບວນ​ການ​ເພື່ອ​ໃຫ້​ຈິດ​ມີ​ການ​ພັດທະນາ​ຄວາມ​ສຳ​ນຶກ​ເພື່ອ​ຄວາມ​ສົມ​ດຸນ​ທັງ​ຈິດ ​ແລະ ​ກາຍ ເປັນ​ຂະບວນ​ການ​ເກື້ອ​ໜຸນ​ໃຫ້​ສິ່ງ​ທີ່​ຮັບ​ເຂົ້າ​ມາ​ໃນ​ຊີວິດ​ດຳ​ເນີນ​ໄປ​ດ້ວຍ​ປະ​ສິດ​ທິ​ພາບ​ສູງ​ສຸດ​.


3. ປັນຍາສິກຂາ​ຫລື ​ຂະບວນ​ການ​ທາງ​ຄວາມ​ຮູ້​ ເປັນ​ວິທີ​ການ​ອົບຮົມ​ສຶກ​ສາ​ເພື່ອ​ໃຫ້​ເກີດ​ວິ​ຊາ​ຄວາມ​ຮູ້​ ຄວາມເຂົ້າໃຈອັນຖືກຕ້ອງ ແລະ ສົມບູນເຖິງທີ່ສຸດ ໃນສິ່ງທັງຫລາຍທັງປວງຕາມທີ່ເປັນຈິງ ​ປັນຍາ​ ຊຶ່ງ​ຈະ​ຍັງ​ຜົນ​ໃຫ້​ເກີດ​ມີ​ທັດສະ​ນະ ຄວາມ​ເຊື່ອ​ ຄ່າ​ນິຍົມ​ທີ່​ຖືກ​ຕ້ອງ​.


ຂະບວນ​ການ​ ໄຕ​ຣ​ສິກ​ຂາ​ ມີ​ອົງ​ຄ໌​ປະກອບ​ຂອງ​ມັກຄ໌ 8 ປະ​ການ​ຄື:


1.   ສິນ​    

        - ສັມ​ມາ​ວາ​ຈາ​

        - ສັມ​ມາ​ກັມ​ມັນ​ຕະ

        - ສັມ​ມາ​ອາ​ຊີ​ວະ​

        - ສັມ​ມາ​ວາ​ຍາມະ​


2.   ສະ​ມາ​ທິ​ 

        - ສັມ​ມາສະ​ຕິ​

        - ສັມ​ມາສະ​ມາ​ທິ​


3.   ປັນຍາ​ 

        - ສັມ​ມາ​ທິດ​ຖິ​

        - ສັມ​ມາ​ສັງ​ກັບ​ປະ​



Post a Comment

0Comments

Post a Comment (0)

#buttons=(ຍອມຮັບ) #days=(20)

ພວກເຮົາໄດ້ໃຊບໍລິການຄຸກກີ້ ເພື່ອໃຫ້ທຸທ່ານມີປະສົບການທີ່ດີຂຶ້ນ ອ່ານເພີ່ມເຕີມ
ຍອມຮັບ