ອພສ ເມືອງ ເຊໂປນ


 

ອພສ ເມືອງ ເຊໂປນ

ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

ອົງການພຸດທະສາສະໜາສັມພັນລາວ                                    
ແຂວງສະຫວັນນະເຂດ                                  
                        ເລກທີ 648 /ອພສ.ຂ

   

ຂໍ້ຕົກລົງ

ວ່າດ້ວຍການແຕ່ງຕັ້ງ ແລະ ຮັບຮອງເອົາຄະນະບໍລິຫານງານ

ອົງການພຸດທະສາສະໜາສັມພັນລາວ   ເມືອງເຊໂປນ  ແຂວງສະຫວັນນະເຂດ

ສະໄໝທີ  IX (2025-2030)                                                                                                                       

ອີງຕາມ :      ທັມມະນູນສົງລາວ ສະບັບປັບປຸງ ປີພຸດທະສັງກາດ 2565 ສະບັບເລກທີ 96/ອພສ                       ລົງວັນທີ 15 ທັນວາ 2022, ຮັບຮອງ ແລະ ປະກາດໃຊ້ໂດຍນາຍົກລັດຖະມົນຕີ ແຫ່ງ ສປປ.ລາວ ສະບັບເລກທີ 189/ນຍ  ລົງວັນທີ 03 ເມສາ 2023

ອີງຕາມ:       ດຳລັດວ່າດ້ວຍການຄຸ້ມຄອງ ແລະ ປົກປ້ອງ ການເຄື່ອນໄຫວສາສະໜາ ຢູ່ ສປປ.ລາວ                               ສະບັບເລກທີ 315/ລບ, ລົງວັນທີ 16 ສິງຫາ 2016                                                                                                                                                                                                                                                                                                                                                                                                                                                                                           

ອີງຕາມ:       ມະຕິກອງປະຊຸມຂອງຜູ້ແທນສົງທົ່ວເມືອງເຊໂປນ ຄັ້ງວັນທີ 15 ມັງກອນ 2025

                                                                                                                                                                                            ປະທານອົງການພຸດທະສາສະໜາສັມພັນລາວ ແຂວງສະຫວັນນະເຂດ                                                                                                              ອອກຂໍ້ຕົກລົງ :

ມາດຕາ  I :  ຮັບຮອງເອົາ ຄະນະບໍລິຫານງານປະຈໍາການ ອົງການພຸດທະສາສະໜາສັມພັນລາວ         ເມືອງ ເຊໂປນ    ປະກອບມີ 7 ອົງ           

1.    ພຣະອາຈານ ຄຳຄ່ອງ   ສິຣິປຸນໂຍ                              

2.    ພຣະອາຈານ ຜາ        ຖານະວະໂຣ                   

3.    ພຣະອາຈານ ອັກສອນ ຈິຂິງໄຊຍະລາດ

4.    ພຣະອາຈານ ບຸນຮັກ   ອຸປະໄຊ                          

5.    ພຣະອາຈານ ຄູນ       ອິນທະໂຊຕະເມທີ

6.    ພຣະອາຈານ ສີສົມບັດ ພຸດທະວົງສາ

7.    ພຣະອາຈານ ວັນນາ    ນວນນະມຸດນີ

ມາດຕາ II : ຮັບຮອງເອົາ ຄະນະກັມມະການບໍລິຫານງານ ອົງການພຸດທະສາສະໜາສັມພັນລາວ          ເມືອງເຊໂປນ ປະກອບດ້ວຍ 11 ອົງ ດັ່ງນີ້:

1.    ພຣະອາຈານ ຄຳຄ່ອງ      ສິຣິປຸນໂຍ                 ເປັນ ກັມມະການບໍຣິຫານງານ                               

2.    ພຣະອາຈານ ຜາ           ຖານະວະໂຣ              ເປັນ ກັມມະການບໍຣິຫານງານ                               

3.    ພຣະອາຈານ ອັກສອນ    ຈິຂິງໄຊຍະລາດ           ເປັນ ກັມມະການບໍຣິຫານງານ                                 

4.    ພຣະອາຈານ ບຸນຮັກ      ອຸປະໄຊ                    ເປັນ ກັມມະການບໍຣິຫານງານ

5.    ພຣະອາຈານ ຄູນ          ອິນທະໂຊຕະເມທີ        ເປັນ ກັມມະການບໍຣິຫານງານ                                                                                         

6.    ພຣະອາຈານ ສີສົມບັດ    ພຸດທະວົງສາ              ເປັນ ກັມມະການບໍຣິຫານງານ                              

7.    ພຣະອາຈານ ວັນນາ       ນວນນະມຸດນີ             ເປັນ ກັມມະການບໍຣິຫານງານ                                                                    

8.    ພຣະອາຈານ ລຳແກ້ວ     ສາຍມັນຖີ                 ເປັນ ກັມມະການບໍຣິຫານງານ                

9.    ພຣະອາຈານ ທອງສິງ     ສິຣິປຸນໂຍ                 ເປັນ ກັມມະການບໍຣິຫານງານ                              

10. ພຣະອາຈານ ທອງ        ທັມມະວະໂຣ             ເປັນ ກັມມະການບໍຣິຫານງານ                                                                    

11. ພຣະອາຈານ ປູ            ມະນີປະກອນ             ເປັນ ກັມມະການບໍຣິຫານງານ

12. ພຣະອາຈານ ເທບເທວາ ສຸທິປັນຍາ               ເປັນ ກັມມະການບໍຣິຫານງານ    

ມາດຕາ III : ຮັບຮອງເອົາ ຄະນະທີ່ປືກສາ ຄະນະບໍຣິຫານວຽກງານ ອົງການພຸດທະສາສະໜາສັມພັນ

                ລາວ ເມືອງເຊໂປນ ປະກອບດ້ວຍ 1 ອົງ ດັ່ງນີ້ :

1.    ພຣະອາຈານ ພູທອນ          ພັນທະວົງສາ          ເປັນທີ່ປືກສາ                               

ມາດຕາ IV. : ຮັບຮອງເອົາ ຕໍາແໜ່ງຄະນະບໍຣິຫານງານ ອົງການພຸດທະສາສະໜາສັມພັນລາວ                               ເມືອງເຊໂປນ ທັງຄະນະປະທານ ແລະ ກັມມາທິການຕ່າງໆ ດັ່ງນີ້:

IV.1 :     ຄະນະປະທານ

                      ຄະນະປະທານບໍຣິຫານງານ  ອົງການພຸດທະສາສະໜາສັມພັນລາວ ເມືອງເຊໂປນ                                                                                  

1.     ພຣະອາຈານ ຄຳຄ່ອງ        ສິຣິປຸນໂຍ                 ປະທານ ອພສ  ເມືອງເຊໂປນ              ຊີ້ນຳລວມໃນທຸກຂົງເຂດວຽກງານ ອົງການພຸດທະສາສະໜາສັມພັນລາວ ເມືອງ   

2.    ພຣະອາຈານ ຜາ              ຖານະວະໂຣ              ເປັນຮອງປະທານ 1                                ອົງຊີ້ນຳ ກັມມາທິການປົກຄອງສົງ ແລະ ກັມມາທິການສາທາຣະນູປະການ

3.    ພຣະອາຈານ ອັກສອນ       ຈິຂິງໄຊຍະລາດ           ເປັນຮອງປະທານ 2                           ອົງຊີ້ນຳ ກັມມາທິການສຶກສາສົງ ແລະ ກັມມາທິການເຜີຍແຜ່ສີລະທັມ

ມາດຕາ IV.2  :   ຫ້ອງການບໍຣິຫານງານ  ອົງການພຸດທະສາສະໜາສັມພັນລາວ ເມືອງເຊໂປນ   ປະກອບມີ 3 ອົງ

1.       ພຣະອາຈານ ບຸນຮັກ     ອຸປະໄຊ          ເປັນຫົວໜ້າຫ້ອງການບໍຣິຫານງານ

2.       ພຣະອາຈານ ຄູນ ອິນທະໂຊຕະເມທີ      ເປັນຮອງຫົວໜ້າຫ້ອງການບໍຣິຫານ 

3.       ພຣະອາຈານ ສີສົມບັດ   ພຸດທະວົງສາ    ເປັນຮອງຫົວໜ້າຫ້ອງການບໍຣິຫານ                                                                

ມາດຕາ IV.3  : ກັມມາທິການປົກຄອງສົງ ອົງການພຸດທະສາສະໜາສັມພັນລາວ ເມືອງ ເຊໂປນ   ປະກອບມີ: 2 ອົງ  

1.    ພຣະອາຈານ ວັນນາ        ນວນນະມຸດນີ           ເປັນຫົວໜ້າກັມມາທິການ                

2.    ພຣະອາຈານ ກອງຄຳ       ບຸນທະວີ                 ຮອງຫົວໜ້າກັມມາທິການ

3.    ພຣະອາຈານ ເທບເທວາ   ສຸທິປັນຍາ               ຮອງຫົວໜ້າກັມມາທິການ

ມາດຕາ IV.4: ກັມມາທິການສຶກສາສົງ ອົງການພຸດທະສາສະໜາສັມພັນລາວ ເມືອງ ເຊໂປນ ປະກອບມີ: 2 ອົງ  

1. ພຣະອາຈານ ທອງສິງ      ສິຣິປຸນໂຍ                      ເປັນຫົວໜ້າກັມມາທິກາ                                                                                                                                                

2. ພຣະອາຈານ ລຳແກ້ວ      ສາຍມັນຖີ                      ຮອງຫົວໜ້າກັມມາທິການ                                                                  

ມາດຕາ IV.5: ກັມມາທິການເຜີຍແຜ່ສີລະທັມ ແລະ ປະຕິບັດກຳມະຖານ  ອົງການພຸດທະສາສະໜາສັມພັນລາວ ເມືອງ ເຊໂປນ    ປະກອບມີ: 2 ອົງ  

1. ພຣະອາຈານ ຄູນ           ອິນທະໂຊຕະເມທີ             ເປັນຫົວໜ້າກັມມາທິການ       

2. ພຣະອາຈານ ທອງ          ທັມມະວະໂຣ                  ຮອງຫົວໜ້າກັມມາທິການ                                                                     

ມາດຕາ IV.6: ກັມມາທິການສາທາຣະນູປະການ  ອົງການພຸດທະສາສະໜາສັມພັນລາວ

ເມືອງເຊໂປນ  ປະກອບມີ: 2 ອົງ  

1. ພຣະອາຈານ ສີສົມບັດ       ພຸດທະວົງສາ                  ເປັນຫົວໜ້າກັມມາທິການ                                                                          2. ພຣະອາຈານ ປູ               ມະນີປະກອນ                 ຮອງຫົວໜ້າກັມມາທິການ                                                   

ມາດຕາ V : ສິດແລະໜ້າທີ່ວຽກງານຂອງ ຄະນະ ອພສ ເມືອງ

1.    ປະທານ ອພສ ເມືອງ, ຮອງປະທານ ອພສ ເມືອງ ແລະ ຄະນະ ອພສ ຂັ້ນເມືອງ ປະຕິບັດຕາມຫຼັກການລວມສູນປະຊາທິປະໄຕ, ເຮັດວຽກເປັນໜູ່ຄະນະ ມີຜູ້ຮັບຜິດ ຊອບຢ່າງລະອຽດຈະແຈ້ງ,

2.    ມີສິດຮຽກຮ້ອງກອງປະຊຸມ ແລະຕົກລົງປັນຫາຕ່າງໆ ທີ່ກ່ຽວຂ້ອງກັບວຽກງານ ອພສ.

3.    ມີສິດສຶກສາອົບຮົມ ພຣະສົງ-ສາມະເນນ, ພໍ່ຂາວ-ແມ່ຂາວ ແລະ ສັງກະລີ ຢູ່ພາຍໃນວັດ ຂອບເຂດຄວາມຮັບຜິດຊອບຂອງຕົນ.

4.    ມີສິດປະສານສົມທົບກັບບັນດາ ອົງການຈັດຕັ້ງທີ່ກ່ຽວຂ້ອງ ພາຍໃນເມືອງ.

ມາດຕາ VI : ຫ້ອງການບໍຣິຫານງານ ອພສ ເມືອງ, ບັນດາກັມມາທິການ ແລະ ພາກສ່ວນທີ່ກ່ຽວຂ້ອງ ພ້ອມດ້ວຍພຣະອາຈານອົງທີ່ໄດ້ຮັບການແຕ່ງຕັ້ງຕາມຂໍ້ຕົກລົງນີ້   ຈົ່ງຮັບຮູ້ ແລະ ຈັດຕັ້ງປະຕິບັດໜ້າທີ່ວຽກງານ ຕາມພາຣະບົດບາດ ສິດທິ ແລະ ໜ້າທີ່ຂອງຕົນ ໃຫ້ສຳເລັດຜົນເປັນຢ່າງດີ.

ມາດຕາ VII : ຂໍ້ຕົກລົງສະບັບນີ້ ມີຜົນສັກສິດນັບແຕ່ມື້ລົງລາຍເຊັນເປັນຕົ້ນໄປ.

 

ທີ່ ສະຫວັນນະເຂດ ວັນທີ   14 ກໍລະກົດ 2025

ປະທານ ອົງການພຸດທະສາສະໜາສັມພັນລາວ ແຂວງ ສະຫວັນນະເຂດ

ບ່ອນສົ່ງ

ຫ້ອງການບໍຣິຫານງານ ອພສ ເມືອງ         1 ສະບັບ

ກັມມາທິການ ອພສ ເມືອງ                   4 ສະບັບ

ຫ້ອງວ່າການປົກຄອງເມືອງ                  1 ສະບັບ

ແນວລາວສ້າງຊາດເມືອງ                     1 ສະບັບ

ຫ້ອງການພາຍໃນເມືອງ                      1 ສະບັບ

ຫ້ອງການ ຖວທ ເມືອງ                      1 ສະບັບ

ປກສ ເມືອງ                                   1 ສະບັບ

ຫ້ອງການບໍຣິຫານງານ ອພສ ແຂວງ         1 ສະບັບ

 

 

 

 

ຕາຕະລາງວາລະກອງປະຊຸມໃຫຍ່ຄັ້ງທີ IX

ຂອງຄະນະບໍລິຫານງານອົງການພຸດທະສາສະໜາສັມພັນລາວ

ເມືອງ......................ແຂວງສະຫວັນນະເຂດ                                                                           ຄັ້ງວັນທີ.............../............../ 2025

TTTTTTTTTTTTTTTT

ເວລາ

ລາຍການດຳເນີນກອງປະຊຸມ

ຜູ້ຮັບຜິດຊອບ

12:00

ພຣະສົງ ແຂກຜູ້ຊົງກຽດລົງທະບຽນ

ກອງເລຂາ ອພສ ເມືອງ

12:30

ນິມົນພຣະສົງ ເຊີນຜູ້ແທນ-ແຂກເຂົ້າຮ່ວມກອງປະຊຸມ

ພິທີກອນ

13:00

ປະທານທີ່ປະຊຸມ ເຂົ້າສູ່ທີ່ປະຊຸມ

ພິທີກອນ

13:05

ປະທານກອງປະຊຸມຂື້ນໄຕ້ທຽນບູຊາພຣະຣັດຕະນະໄຕຣ

ທ່ານ..................................................

13:05

ປະທານກອງປະຊຸມກ່າວນຳພາໄຫວ້ພຣະຣັດຕະນະໄຕຣ

ພຣະອາຈານໃຫຍ່.....................................

-

ກ່າວວັດຖຸປະສົງ-ແນະນຳ ແຂກຜູ້ຊົງກຽດ ທີ່ມາຮ່ວມກອງປະຊຸມ

ຄະນະ ອພສ ເມືອງ

-

ຜ່ານຂໍ້ຕົກລົງອະນຸມັດດຳເນີນກອງປະຊຸມ

ຫົວໜ້າຫ້ອງການບໍລິຫານງານ ອພສ ເມືອງ

-

ກ່າວໄຂກອງປະຂຸມໃຫຍ່ຄັ້ງທີ IX

ປະທານ ອພສ ເມືອງ

-

ຜ່ານບົດສະຫຼຸບລາຍງານການເຄື່ອນໄຫວ 5 ປີທີ່ຜ່ານມາຈຸດດີ-ຈຸດອ່ອນ

ຄະນະ ອພສ ເມືອງ

-

ຜ່ານມາຕະຖານ ເງື່ອນໄຂຜູ້ທີ່ສົມຄວນຈະຄັດເລືອກເຂົ້າເປັນຄະນະ ອ.ພ.ສ ແລະສະເໜີລາຍຊື່ ຄະນະ ອ.ພ.ສ ເມືອງ ຊຸດໃໝ່

ຮອງຫ້ອງການບໍຣິຫານງານ ອພສ ແຂວງ

-

ຜ່ານຂໍ້ຕົກລົງແຕ່ງຕັ້ງຄະນະ ອພສ ຊຸດໃໝ່

ຫົວໜ້າຫ້ອງການບໍລິຫານງານ ອພສ ແຂວງ

-

ຜ່ານໃບແຕ່ງຕັ້ງປະທານ ອພສ ເມືອງ

ຫົວໜ້າກັມມາທິການປົກຄອງສົງແຂວງ

-

ມອບໃບແຕ່ງຕັ້ງປະທານ ອພສ ເມືອງ

ປະທານ ອພສ ແຂວງ

-

ພັກຜ່ອນສັນ/ດື່ມນ້ຳກາເຟ 15 ນາທີ (ປຸມຊຸມປະຖົມະເລິກ)

ພິທີກອນ

-

ມອບໃບກຽດຕິຄຸນ

ປະທານ ອພສ ເມືອງ

-

ທິດທາງຂອງການວາງແຜນການໄລຍະ 5 ປີ ຂ້າງໜ້າຊຸດໃໝ່

ຄະນະ ອພສ ເມືອງ

-

ແນວລາວສ້າງຊາດເມືອງ ປະກອບຄຳເຫັນ 10 ນາທີ

ທ່ານ..............................................

-

ຫ້ອງການພາຍໃນເມືອງ ປະກອບຄຳເຫັນ 10 ນາທີ

ທ່ານ..............................................

-

ປກສ ເມືອງປະກອບຄຳເຫັນ 10 ນາທີ

ທ່ານ..............................................

-

ວັດທະນະທັມເມືອງ ປະກອບຄຳເຫັນ 10 ນາທີ

ທ່ານ..............................................

 

ເຈົ້າເມືອງ ປະກອບຄຳເຫັນ 10 ນາທີ

ທ່ານ..............................................

-

ປະທານອົງການພຸດທະສາສະໜາແຂວງ ກ່າວໃຫ້ໂອວາດ

ພຣະອາຈານໃຫຍ່.....................................

-

ຂື້ນກ່າວຮັບໂອວາດ ແລະ ກ່າວຄຳຂອບໃຈ

ປະທານ ອພສ ເມືອງ

-

ປະທານກອງປະຊຸມອັດກອງປະຊຸມ

ປະທານ ອພສ ເມືອງ

16:30

ຖ່າຍຮູບໝູ່

ຄະນະຈັດຕັ້ງພິທີ

 

 

 

 

 

 

ບົດກ່າວໄຂ
ກອງປະຊຸມໃຫຍ່ຄັ້ງທີ
IX
ຂອງອົງການພຸດທະສາສະໜາສັມພັນລາວ
ເມືອງ.....................................ແຂວງສະຫວັນນະເຂດ

ຂໍນ້ອມໄຫວ້ : ຄຸນພຣະສີຣັຕຕະນະໄຕຣ
ຂໍນ້ອມນະມັດສະການ : ຍາທ່ານ..................................... ຕຳແໜ່ງ.....................................
ຂໍນ້ອມນະມັດສະການ : ຍາທ່ານ..................................... ຕໍາແໜ່ງ.....................................
ແລະ ພຣະເຖຣານຸເຖຣະທີ່ເຄົາລົບຍິ່ງ.

ຈະເລີນພອນ : ທ່ານ................................. ຕໍາແໜ່ງ.......................................................
ຈະເລີນພອນ : ທ່ານ................................. ຕໍາແໜ່ງ.......................................................
ພ້ອມບັນດາຜູ້ແທນພຣະສົງແລະແຂກທີ່ມີກຽດຂອງກອງປະຊຸມໃຫຍ່ທີ່ນັບຖື.
         ໃນທ່າມກາງນັບຍາກາດແຫ່ງຄວາມປີຕິຊົມຊື່ນ ທີ່ພຣະສົງແລະພຸດທະສາສນິກະຊົນລາວບັນດາເຜົ່າ ເມືອງ.................................. ແຂວງສະຫວັນນະເຂດ ກຳລັງຫ້າວຫັນ ເບີກບານມ່ວນຊື່ນພ້ອມກັນຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ IX ຂອງອົງ
ຄະນະພັກແຂວງສະຫວັນນະເຂດ ກໍ່ຄືມະຕິກອງປະຊຸມໃຫຍ່ຄັ້ງທີ
IX ຂອງສູນກາງອົງການພຸດທະສາສນາສຳພັນລາວ.
          ມື້ນີ້ກອງປະຊຸມໃຫຍ່ຄັ້ງທີ
IX ຂອງອົງການພຸດທະສາສນາສຳພັນລາວເມືອງ....................ແຂວງສະຫວັນນະເຂດຂອງພວກເຮົາ ໄດ້ໄຂຂື້ນຢ່າງເປັນທາງການຢູ່ທີ່ ສະໂມສອນເມືອງ..........ແຫ່ງນີ້ຢ່າງສະຫງ່າຜ່າເຜີຍ.
          ອາຕະມາພາບ ໂດຍຕ່າງໜ້າໃຫ້ຄະນະປະທານ ກອງປະຊຸມໃຫຍ່ ປະທານຄະນະບໍລິຫານງານອົງການພຸດທະສາສນາສຳພັນລາວເມືອງ.......................... ຂໍສະແດງຄວາມຍິນດີ ແລະ ຕ້ອນຮັບ ນ້ອມນະມັດສະການຍາທ່ານ................................. ຕຳແໜ່ງ....................................... ທີ່ໄດ້ນໍາເອົາຄວາມຮັກແພງຄວາມເປັນຫ່ວງເປັນໄຍພ້ອມທັງຄວາມເຊື່ອໝັ້ນອັນເລິກເຊິ່ງຂອງຄະນະບໍລິຫານງານອົງການພຸດທະສາສນາສຳພັນລາວແຂວງ ມາສູ່ກອງປະຊຸມໃຫຍ່ຄັ້ງທີ
IX ແລະ ມາສູ່ພຣະສົງ - ສາມະເນນ ອອກຕົນຍາດໂຍມຊາວເມືອງ............................​ແຂວງສະຫວັນນະເຂດໃນຄັ້ງນີ້.

          ຂໍນ້ອມຖວາຍການຕ້ອນຮັບພຣະເດດພຣະຄຸນຍາທ່ານ...................................ຕຳແໜ່ງ................................................ ທີ່ໄດ້ເສຍສະລະເວລາມາຮ່ວມນຳພວກໝູ່ຂ້ານ້ອຍໃນໂອກາດນີ້.
          ນ້ອມນະມັດສະການ ແລະ ຈະເຣີນນພອນ ບັນດາແຂກກອງປະຊຸມທີ່ເຄົາຣົບແລະນັບຖືທັງຫລາຍ ໃນເວລານາທີອັນມີຄວາມໝາຍຄວາມສຳຄັນ
ທາງການອົງການສາສນາ ແລະ ອົງການຈັດຕັ້ງເມືອງ ຂອງເມືອງ.............................​ແຂວງສະຫວັນນະເຂດ ຂອງພວກເຮົາຜູ້ແທນ ແຂກກອງປະຊຸມ ຂໍສະແດງຄວາມຄິດຮອດຄິດເຖິງມານະໂອກາດນີ້.

ມື້ນີ້ກອງປະຊຸມໃຫຍ່ຄັ້ງທີ IX ຂອງຄະນະບໍລິຫານງານອົງການພຸດທະສາສນາສໍາພັນລາວ ເມືອງ........................... ແຂວງສະຫວັນນະເຂດ ກໍ່ໄດ້ໄຂຂື້ນຢ່າງເປັນທາງການ ກໍ່ເພື່ອສະຫລຸບຄືນການເຄື່ອນໄຫວວຽກງານ 5 ປີທີ່ຜ່ານມາ ຖອດຖອນບົດຮຽນໃນແຕ່ລະດ້ານ ແລະ ຄົ້ນຄວ້າໜ້າທີ່ທິດທາງສຳຫລັບ 5 ປີຂ້າງໜ້າພ້ອມທັງຊອກເຫັນຜູ້ທີ່ມີຜົນງານດີເດັ່ນ ມີບຸນຄຸນຕໍ່ອົງການພຸດທະສາສນາ ກໍ່ຄືເປັນຜູ້ເສຍສະຫລະເປັນຜູ້ທີ່ທຳປະໂຫຍດແກ່ສັງຄົມອັນໃຫຍ່ຫລວງທີ່ສົມຄວນແກ່ການຍ້ອງຍໍສັນລະເສີນ ຈາກນັ້ນກໍ່ໄດ້ມີການຄັດເລືອກ ຄະນະບໍລິຫານງານ ອພສ ເມືອງຊຸດໃໝ່ ຊຸດທີ 9  ຕໍ່ໄປ.
          ໂດຍມີທ່ານຜູ້ແທນທີ່ມາຈາກ ອພສ ທົ່ວເມືອງ ທັງໝົດມີ..........ອົງ ມີແຂກພາກສ່ວນຕ່າງໆຮັບເຊີນເຂົ້າຮ່ວມກອງປະຊຸມທັງໝົດມີ........... ທ່ານ ຄາດວ່າກອງປະຊຸມຈະໄດ້ດຳເນີໄປ  ໃນເວລາເຄິ່ງວັນ ຈຶ່ງຈະສິ້ນສຸດລົງ.
          ພຣະມະຫາເຖຣານຸເຖຣະ ແລະ ບັນດາແຂກກອງປະຊຸມທີ່ຮັກແພງທັງຫລາຍ ມາຮອດນີ້ໄດ້ເວລາອັນເໝາະສົມແລ້ວ ຂໍປະກາດໄຂກອງປະຊຸມໃຫຍ່ສະໄໝທີ
IX ຂອງອົງການພຸດທະສາສນາສັມພັນລາວ ເມືອງ....................... ແຂວງສະຫວັນນະເຂດ ຢ່າງເປັນທາງການ ນັບແຕ່ບັດນີ້ເປັນຕົ້ນໄປ.

ນ້ອມນະມັດສະການ ແລະ ຈະເລີນພອນ

 

 

 

 

 

 

 

 

 

 

 

 

 

 

 

ບົດກ່າວສະເໜີຈຸດປະສົງ
ແລະ ແນະນຳແຂກເຂົ້າຮ່ວມກອງປະຊຸມສົງ ເມືອງ
........................... ແຂວງສະຫວັນນະເຂດ ຂອງອົງການພຸດທະສາສນາສຳພັນລາວ ເມືອງ...................................  ແຂວງສະຫວັນນະເຂດ
ຄັ້ງວັນທີ            /              / 2025

         ນ້ອມໄຫວ້ :   ພຣະສີຣັຕຕະນະໄຕຣ
 ນ້ອມນະມັດສະການ : ຍາທ່ານ............................ຕໍາແໜ່ງ....................................                                          ນ້ອມນະມັດສະການ:         ພຣະມະຫາເຖຣານຸເຖຣະ ທີ່ເຄົາລົບເປັນຢ່າງສູງ
ຈະເລີນພອນ :ທ່ານ............................................ຕໍາແໜ່ງ..................................
ຈະເລີນພອນ :ທ່ານ............................................ຕໍາແໜ່ງ.................................                                                                ແລະ ແຂກຜູ້ທີ່ມີກຽດທີ່ນັບຖື.

                 ຂ້ານ້ອຍ/ອາຕະມາພາບ ................................................ ຮູ້ສຶກເປັນກຽດຢ່າງຍິ່ງທີ່ໄດ້ຂື້ນກ່າວແຈ້ງວັດຖຸປະສົງ ແລະ ຈະໄດ້ແນະນຳແຂກທີ່ມີກຽດຂອງກອງປະຊຸມ ຂອງ ອພສ ເມືອງ....................................... ແຂວງສະຫວັນນະເຂດ ໃນຄັ້ງນີ້

- ອີງຕາມ :    ທັມມະນູນສົງລາວ ສະບັບປັບປຸງ ປີພຸດທະສັງກາດ 2565 ສະບັບເລກທີ 96/ອພສ                       ລົງວັນທີ 15 ທັນວາ 2022, ຮັບຮອງ ແລະ ປະກາດໃຊ້ໂດຍນາຍົກລັດຖະມົນຕີ ແຫ່ງ ສປປ.ລາວ ສະບັບເລກທີ 189/ນຍ  ລົງວັນທີ 03 ເມສາ 2023

ອີງຕາມ:       ດຳລັດວ່າດ້ວຍການຄຸ້ມຄອງ ແລະ ປົກປ້ອງ ການເຄື່ອນໄຫວສາສະໜາ ຢູ່ ສປປ.ລາວ                               ສະບັບເລກທີ 315/ລບ, ລົງວັນທີ 16 ສິງຫາ 2016;                                                                                                                                                                                                                                                                                                                                                                                                                                                                                            

ອີງຕາມ:       ມະຕິກອງປະຊຸມຂອງຜູ້ແທນສົງທົ່ວເມືອງ.................................................. ຄັ້ງວັນທີ         ເດືອນ             2025                                                                                                                          ໄດ້ກຳນົດໄວ້ວ່າ: ອົງການພຸດທະສາສນາສຳພັນລາວຂັ້ນສູນກາງ ແຂວງ ນະຄອນຫລວງ ເຂດພິເສດ ແລະ ຂັ້ນເມືອງໄດ້ກຳນົດວາລະຂອງຕົນດັ່ງນີ້:
         ກອງປະຊຸມສົງ ຄັ້ງນີ້ເພື່ອປະກາດການຈັດຕັ້ງມອບໂອນ ເມືອງ
..............................ອົງເກົ່າ ໃຫ້ແກ່ອົງໃໝ່,ຮັບຮອງເອົາຄະນະກຳມະການບໍລິຫານງານຊຸດໃໝ່  ຄະນະບໍລິຫານງານປະຈຳ ແລະ ມອບໝາຍໜ້າທີ່ໃຫ້ເມືອງ............................,  ຄະນະກຳມາທິການ ແລະ ຄະນະຫ້ອງການໃນຂັ້ນຂອງຕົນ,
         ດັ່ງນັ້ນ ເພື່ອໃຫ້ເປັນໄປຕາມເຈຕະນາຣົມຂອງທັມມະນູນສົງລາວ  ອົງການພຸດທະສາສນາສຳພັນລາວ ເມືອງ............................ແຂວງສະຫວັນນະເຂດ ຈຶ່ງໄດ້ໃຫ້ມີການປະຊຸມສົງ ທົ່ວເມືອງ............................ ຄັ້ງວັນທີ.........../............/2025 ໂດຍມີວັດຖຸປະສົງດັ່ງນີ້:
1. ເພື່ອ............................................................                                                           2. ເພື່ອ...........................................................
3. ເພື່ອ. ...........................................................
         ສະນັ້ນ, ເພື່ອໃຫ້ກອງປະຊຸມສົງ ຂອງອົງການພຸດທະສາສນາສຳພັນລາວ ເມືອງ............................ແຂວງສະຫວັນນະເຂດ  ສໍາເລັດລຸລ່ວງໄປຕາມວັດຖຸປະສົງທີ່ກ່າວມາ ຂ້າງຕົ້ນ ຈຶ່ງໄດ້ຮັບຄວາມເມດຕາຈາກພຣະມະຫາເຖຣະຂັ້ນ.............................................  ດັ່ງນີ້:
 1, ຍາທ່ານ...............................................................................................
 3, ຍາທ່ານ................................................................................................
4, ຍາທ່ານ................................................................................................                                   5. ຍາທ່ານ................................................................................................                                    6. ຍາທ່ານ................................................................................................                          7. ຍາທ່ານ................................................................................................

 ແລະນອກນັ້ນຍັງມີ:
 1, ທ່ານ........................................................................... ກໍ່ເປັນກຽດເຂົ້າຮ່ວມ
 2, ທ່ານ........................................................................... ກໍ່ເປັນກຽດເຂົ້າຮ່ວມ
 3, ທ່ານ........................................................................... ກໍ່ເປັນກຽດເຂົ້າຮ່ວມ

         ບັດນີ້ໄດ້ເວລາອັນເປັນມຸງຄຸນແລ້ວ ຂ້ານ້ອຍ ອາຕະມາພາບ ຂໍອາຣາທະນາພຣະອາຈານ............................................................... ດໍາເນີນກອງປະຊຸມ ຕາມລໍາດັບລາຍການດຳເນີນກອງປະຊຸມ

 

 

 

 

 

 

ບົດກ່າວຮັບຄຳໂອວາດ

 

 ຂໍນອບນ້ອມແດ່ :         ຄຸນພຣະສີຣັຕຕະນະໄຕຣ ແກ້ວອັນປະເສີດ ສາມ ປະການ
 ຂໍນ້ອມນະມັດສະການ :
ຄະນະປະທານກອງປະຊຸມໃຫຍ່ທີ່ເຄົາລົບ ແລະ ນັບຖືເປັນຢ່າງສູງ
 ຂໍນ້ອມນະມັດສະການ : ບັນດາຜູ້ແທນພຣະສົງ ມະຫາເຖຣານຸເຖຣະ ແລະ ແຂກກອງປະຊຸມ

         ທີ່ຮັກແພງ ແລະ ນັບຖື.

ຂໍຈະເລີນພອນ:     ທ່ານ.......................... ເຈົ້າເມືອງ.................... ທີ່ນັບຖື

ຈະເລີນພອນ:       ຄະນະແຂກການນຳຂັ້ນເມືອງ...................  ແລະທຸກໆຫ້ອງການ,ອອກຕົນຍາດໂຍມ ຊາວພຸດທະບໍລິສັດທັງຫຼາຍ ທີ່ເຂົ້າຮ່ວມກອງປະຊຸມໃນວັນນີ້ ທີ່ຮັກແພງ ແລະນັບຖື

 

        ຂ້ານ້ອຍ/ອາຕະມາພາບ  ຕາງໜ້າຄະນະບໍລິຫານງານອົງການພຸດທະສາສນາສຳພັນລາວ ເມືອງ...................... ຮູ້ສຶກເປັນກຽດ ແລະ ພາກພູມໃຈຢ່າງຍິ່ງທີ່ໄດ້ຮັບຟັງຄຳໂອວາດຂອງ ຍາທ່ານຄະນະກຳມະການ ອພສ ສູນກາງ, ປະທານ ອພສ ແຂວງ ແລະ ຄະນະ ອພສ ແຂວງສະຫວັນນະເຂດ ທີ່ໄດ້ເມດຕາອະນຸເຄາະໃຫ້ແນວທາງຕໍ່ກອງປະຊຸມໃຫຍ່ໃນຄັ້ງນີ້. ນັບວ່າເປັນຄຸນຄ່າອັນໃຫຍ່ຫຼວງ ມີຄວາມໝາຍຄວາມສຳຄັນອັນເລິກເຊິ່ງ ທັງພາກທິດສະດີ ແລະ ປະຕິບັດ.

ໝູ່ຂ້ານ້ອຍທັງຫຼາຍຈະນ້ອມຮັບ ເອົາຄຳໂອວາດນີ້  ເຊິ່ງປຽບເໝືອນເຂັມຊີ້ທິດເຍືອງທາງໃນການປະຕິບັດວຽກງານ ເພື່ອໃຫ້ເກີດປະໂຫຍດແກ່ພຣະພຸທທສາດສະໜາ, ແກ່ສັງຄົມ ແລະ ໃຫ້ສຳເລັດລຸລ່ວງຕາມວັດຖຸປະສົງ.

ສຸດທ້າຍນີ້ ຂໍອວຍໄຊໃຫ້ພອນແດ່ ຍາທ່ານຄະນະກຳມະການ ອພສ ສູນກາງ,ຄະນະ ອພສ ແຂວງສະຫວັນນະເຂດ ຈົ່ງມີສຸຂະພາບເຂັ້ມແຂັງ ພະລານາໄມສົມບູນ ປະສົບຜົນສຳເລັດໃນໜ້າທີ່ການງານ ສືບຕໍ່ຊີ້ນຳ ນຳພາອົງການຈັດຕັ້ງໃຫ້ມີຄວາມກ້າວໜ້າຍິ່ງໆ ຂື້ນໄປ.

 

ນ້ອມນະມັດສະການ ແລະ ຈະເລີນພອນ

 

 

 

 

ບົດກ່າວອັດ

ກອງປະຊຸມໃຫຍ່ ຄັ້ງທີ IX

ຂອງອົງການພຸດທະສາສະໜາສັມພັນລາວ ເມືອງ.....................ເເຂວງສະຫວັນນະເຂດ                                       ຄັ້ງວັນທີ.................../...................../ 2025

ຂໍນ້ອມໄຫວ້: ຄຸນພຣະສີຣັດຕະນະໄຕຣ

ນ້ອມຖວາຍຄວາມເຄົາລົບ:        ຍາທ່ານ ປະທານກອງປະຊຸມ ເເລະ ພຣະເຖຣານຸເຖຣະ                                     ດ້ວຍຄວາມເຂົ້າລົບຢ່າງສູງ.

ຈະເລີນພອນ: ບັນດາເເຂກທີ່ມີກຽດ ຜູ້ຊົງຄຸນວຸດທິ ຊັ້ນຄົນປັນຍາຊົນ ທີ່ຮັກເເພງທັງຫຼາຍ.

 ຂ້ານ້ອຍໃນນາມ ຕາງໜ້າໃຫ້ຄະນະປະທານກອງປະຊຸມ ຕາງໜ້າໃຫ້ເເກ່ພຣະຜູ້ເເທນພຣະສົງ ໃນນາມຄະນະປະທານ ອພສ ເມືອງ.......................ຮູ້ສຶກເປັນກຽດ ເເລະ ຮູ້ສຶກອົບອຸ່ນຢ່າງສູງ ທີ່ໄດ້ເຫັນຄວາມສະໝານສາມັກຄີເປັນຈິດໜື່ງໃຈດຽວກັນ ໃນການຈັດຕັ້ງປະຕິບັດຕາມທັມມະນູນສົງລາວໃນວັນນີ້

        ກອງປະຊຸມໃຫຍ່ສະໄໝ IX  ຂອງອົງການພຸດທະສາສະໜາສັມພັນລາວ   ເມືອງ.........................ແຂວງສະຫວັນນະເຂດ ມາຮອດນີ່້ກໍ່ໄດ້ສິ້ນສຸດລົງ ດ້ວຍຜົນສໍາເລັດຢ່າງຈົບງາມ ເຊິ່ງມັນໄດ້ເປັນເຄື່ອງໝາຍເເຫ່ງຄວາມສຳຄັນຂອງສະຖານະພາບ ຂອງອົງການພຸດທະສາສະໜາສຳພັນລາວ ອີກຄັ້ງໜື່ງ ຄວາມຄຶກຄື້ນ ຄວາມສະຫງ່າຜ່າເຜີຍ ເເລະ ສີສັນຂອງເເນວຄິດຈິດໃຈໃນການປະກອບຄວາມຄິດເຫັນ ຄວາມເຫັນດີ ເເລະ ເອກະພາບກັນ ໃນມະຕິຕົກລົງຂອງກອງປະຊູມໃຫຍ່ຄັ້ງນີ້ ມັນໝາຍເຖິງ ຈຸດເລີ່ມຕົ້ນນິມິດໝາຍອັນດີ ສະຫຼາດສ່ອງໃສ ພາຍໃຕ້ການຊີ້ນຳໆພາຂອງຄະນະບໍລິຫານງານ ອພສ ແຂວງ................ ນັບເປັນອົງການມະຫາຊົນ ຕັ້ງຢູ່ໃນຄວາມສັດທາເຊື່ອໝັ້ນ ຄວາມໄວ້ວາງໃຈໃນການຮັບຜິດຊອບ ພາຣະ ເເລະ ໜ້າທີ່ ຕໍ່ການເຜີຍເເຜ່ພຣະທັມ ຂອງອົງສົມເດັດພຣະສັມມາສັມພຸດທະເຈົ້າ ຄຽງຄູ່ກັບການພັດທະນາ ສາສະນະວັດຖຸ ວັດທະນະທັມ ເເລະ ສັງຄົມ ພັດທະນາຈິດໃຈ ປະຊາຊົນລາວບັນດາເຜົ່າ ໃຫ້ມີສະຕິຮັກຊາດ ຮັກມູນເຊື່ອເເຫ່ງຄວາມສາມັກຄີ ສົມທົບກັບ ການສ້າງສາພັດທະນາປະເທດຊາດໃຫ້ ຈະເລີນຮຸ່ງເຮືອງ.

ຕາງໜ້າໃຫ້ຄະນະ ປະທານ ເເລະ ເເຂກຜູ້ເເທນສົງ ເເຂກກອງປະຊຸມ ຂໍສະເເດງຄວາມຂອບໃຈຢ່າງລົ້ນເຫຼືອ ເເລະ ຂໍພອນໄຊອັນປະເສີດ ມາຍັງຄະນະ ປະທານ ເເຂກພຣະສົງຜູ້ຊົງຄຸນວຸດທິ ເເຂກກອງປະຊຸມທຸກທ່ານ ຈົ່ງມີສຸກຂະພາບເເຂງເເຮງ ພາລານາໄມສົມບູນ ປະສົບຜົນສຳເລັດໃນໜ້າທີ່ການງານທຸກປະການເທີ້ນ.

ມາຮອດນີ້/ຂ້ານ້ອຍ ອັດຕະມາພາບ ຂໍປະກາດອັດກອງປະຊຸມໃຫຍ່ ຄັ້ງທີ IX ຂອງອົງການພຸດທະສາສະໜາສັມພັນລາວເມືອງ................................... ແຂວງສະຫວັນນະເຂດ ລົງຢ່າງເປັນທາງການ ນັບເເຕ່ວິນາທີນີ້ເປັນຕົ້ນໄປ

ຂໍນ້ອມນະມັດສະການ/ຂໍຈະເລີນພອນ / ຂໍຂອບໃຈ

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

 

ມາດຕະຖານ ເງື່ຶຶອນໄຂຂອງພຣະສົງ

ທີ່ຈະເຂົ້າຄັດເລືອກເປັນຄະນະກຳມະການບໍລິຫານງານ,

ຄະນະກຳມະການບໍລິຫານງານປະຈຳ ຫຼື ຄະນະທີີ່ປຶກສາແຕ່ລະຂັ້ນ

ອີງຕາມ :      ທັມມະນູນສົງລາວ ສະບັບປັບປຸງ ປີພຸດທະສັງກາດ 2565 ສະບັບເລກທີ 96/ອພສ                       ລົງວັນທີ 15 ທັນວາ 2022, ຮັບຮອງ ແລະ ປະກາດໃຊ້ໂດຍນາຍົກລັດຖະມົນຕີ ແຫ່ງ ສປປ.ລາວ ສະບັບເລກທີ 189/ນຍ  ລົງວັນທີ 03 ເມສາ 2023                                                                                                                                                                                                                                                                                                                                               ໝວດ 05 ມາດຕາ 34 ວ່າດ້ວຍ ເງື່ອນໄຂ ແລະ ມາດຕະຖານຂອງຄະນະຜູ້ບໍລິຫານພຣະສົງ

ມາດຕາ 1:      ສາຍໃຍການຈັດຕັ້ງ ອພສ. ຂັ້ນເມືອງ ປະກອບດ້ວຍຄະນະກັມມະການ 7 ອົງ ຢ່າງຫຼາຍບໍ່ເກີນ 15 ອົງ, ໃນນັ້ນ 5-7 ອົງ ເປັນຄະນະກັມມະການປະຈໍາ, ປະກອບດ້ວຍປະທານ 1 ອົງ ທັງເປັນຜູ້ປະຈໍາການ, ຮອງປະທານ 2 ອົງ, ນອກນັ້ນເປັນຄະນະ.

ມາດຕາທີ 2 ມາດຕະຖານ, ເງື່ຶຶອນໄຂຂອງພຣະສົງທີ່ຈະເຂົ້າຄັດເລືອກເປັນຄະນະ

ກຳມະການບໍລິຫານງານ, ຄະນະກຳມະການລໍລິຫານງານປະຈຳ ຫຼື ຄະນະທີີ່ປຶກສາແຕ່ລະຂັ້ນມີດັ່ງນີ້:

2,1.    ເປັນພຣະສົງລາວທີ່ມີຄຸນນະວຸດ,ອາຍຸ,ພັນສາ, ສໍາຫຼັບຂັ້ນສູນກາງ

ຕ້ອງໄດ້ 10 ພັນສາຂື້ນໄປ.(ຍົກເວັ້ນໃນເຂດຫ່າງໄກ, ທີ່ຫາບໍ່ໄດ້)

2,2.   ເປັນຜູ້ມີຄວາມຮຸ້ຄວາມສາມາດ ທາງດ້ານພຣະທັມມະວິໄນ ແລະ ດ້ານອື່ນໆ

ໃນລະດັບທີແນ່ນອນ.

3,3.   ເປັນຜູ້ມີຄວາມດຸໝັ້ນຂະຫຍັນພຽນ,ບຸກໜ້າບືນຕົວ ສໍາເລັດທຸກວຽກງານທີ່ຮັບ

ມອບໝາຍ.

4,4.   ເປັນຜູ້ຊົງໄວ້ເຊີງພຣົມມະວິຫານ 4, ມີມະນຸດສະທັມ,ຈະຣິຍະທັມ,ຄຸນນະທັມ,

ວັດທະນະທັມ,ມີຄວາມຄ່ຽມຄົມ ອ່ອນນ້ອມຖ່ອມຕົນ ຕາມມາລະຍາດຂອງບັນພຣະຊິດ ແລະ ມີຄວາມຊື່ສັດສຸດຈະຣິດ

5,5.   ເປັນຜູ້ມີຄວາມເສຍສະລະສູງ,ມີຄວາມສາມັກຄີກວ້າງຂວາງເລັງເຫັນຜົນປະ

ໂຫຍດສ່ວນລວມຫຼາຍກວ່າສ່ວນຕົວ.

6,6    ເປັນຜູ້ເຄີຍໄດ້ຮັບຄວາມໄວ້ເນື້ອເຊື່ອໃຈຈາກມະຫາຊົນ,ເຄີຍເປັນຜູ້ນໍາພາສັງຄົມ

ແລະ ສາສນະກິດໄດ້ດີຕະຫຼອດມາ.

ໂຄງປະການຈັດຕັ້ງ ກັມມາທິການທັງ 4

 

ກັມມາທິການມີໂຄງປະກອບການຈັດຕັ້ງຂອງຕົນດັ່ງນີ້:

-        ຫົວໜ້າກັມມາທິການ           1       ອົງ

-        ຮອງຫົວໜ້າກັມມາທິການ      1-2    ອົງ

-        ຄະນະກັມມາທິການ            2-3    ອົງ

 

ນ້ອມນະມັດສະການ ແລະ ຈະເລີນພອນ

ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

ອົງການພຸດທະສາສະໜາສັມພັນລາວ                                    
ແຂວງສະຫວັນນະເຂດ                                  
                        ເລກທີ 000 /ອພສ.ຂ

   

ໂຄງຮ່າງຂໍ້ຕົກລົງ

ສະໄໝທີ  IX (2025-2030)                                                                                                                       

ອົີງຕາມ        ມາດຕະຖານ ເງື່ຶຶອນໄຂຂອງພຣະສົງ ແລະ ສາຍໃຍການຈັດຕັ້ງ ອພສ. ຂັ້ນເມືອງ ປະກອບດ້ວຍຄະນະກັມມະການ 7 ອົງ ຢ່າງຫຼາຍບໍ່ເກີນ 15 ອົງ, ໃນນັ້ນ 5-7 ອົງ ເປັນຄະນະກັມມະການປະຈໍາ, ປະກອບດ້ວຍປະທານ 1 ອົງ ທັງເປັນຜູ້ປະຈໍາການ, ຮອງປະທານ 2 ອົງ, ນອກນັ້ນເປັນຄະນະ.                                                                                                                                                                                 

ມາດຕາ  I :  ຄະນະບໍລິຫານງານປະຈໍາການ ອົງການພຸດທະສາສະນາສັມພັນລາວ                                  ເມືອງ ........................... ປະກອບມີ 7 ອົງ

1.    ພຣະອາຈານ                                    

2.   ພຣະອາຈານ                                      

3.   ພຣະອາຈານ                                        

4.   ພຣະອາຈານ                                    

5.   ພຣະອາຈານ                                    

6.   ພຣະອາຈານ                                    

7.   ພຣະອາຈານ                                                                           

ມາດຕາ II : ຄະນະກັມມະການບໍລິຫານງານ ອົງການພຸດທະສາສະນາສັມພັນລາວ                                           ເມືອງ ...........................ປະກອບດ້ວຍ 15 ອົງ ດັ່ງນີ້:

1.    ພຣະອາຈານ                                     ເປັນຫົວໜ້າ

2.   ພຣະອາຈານ                                    ເປັນຮອງຫົວໜ້າ 

3.   ພຣະອາຈານ                                     ເປັນຮອງຫົວໜ້າ  

4.   ພຣະອາຈານ                                     ເປັນຄະນະ

5.   ພຣະອາຈານ                                     ເປັນຄະນະ

6.   ພຣະອາຈານ                                     ເປັນຄະນະ

7.   ພຣະອາຈານ                                     ເປັນຄະນະ                                                            

8.   ພຣະອາຈານ                                     ເປັນຄະນະ                                                            

9.   ພຣະອາຈານ                                     ເປັນຄະນະ                                                            

10.ພຣະອາຈານ                                      ເປັນຄະນະ                                                         11.ພຣະອາຈານ                                       ເປັນຄະນະ                                                           12.ພຣະອາຈານ                                      ເປັນຄະນະ                                                      13.ພຣະອາຈານ                                      ເປັນຄະນະ                                              14.ພຣະອາຈານ                                      ເປັນຄະນະ                                               15.ພຣະອາຈານ                                      ເປັນຄະນະ                                                                                                                    

ມາດຕາ III :  ຄະນະທີ່ປືກສາ ຄະນະບໍຣິຫານວຽກງານ ອົງການພຸດທະສາສະໜາສັມພັນລາວ

ປະກອບດ້ວຍ  2-3   ອົງ ດັ່ງນີ້ :

1............................................................

2.............................................................

3.............................................................

ມາດຕາ IV. : ຕໍາແໜ່ງຄະນະບໍຣິຫານງານ ອົງການພຸດທະສາສະໜາສັມພັນລາວ                               ເມືອງ ........................... ທັງຄະນະປະທານ ແລະ ກັມມາທິການຕ່າງໆ ດັ່ງນີ້:

IV.1 :     ຄະນະປະທານ

                      ຄະນະປະທານບໍຣິຫານງານ  ອົງການພຸດທະສາສະໜາສັມພັນລາວ ເມືອງເຊໂປນ                                                                                  

1.     ພຣະອາຈານ                                         ປະທານ ອພສ  ເມືອງ            ຊີ້ນຳລວມໃນທຸກຂົງເຂດວຽກງານ ອົງການພຸດທະສາສະໜາສັມພັນລາວ ເມືອງ...............................   

2.    ພຣະອາຈານ                                         ເປັນຮອງປະທານ 1                                ອົງຊີ້ນຳ ກັມມາທິການປົກຄອງສົງ ແລະ ກັມມາທິການສາທາຣະນູປະການ

3.    ພຣະອາຈານ                                          ເປັນຮອງປະທານ 2                           ອົງຊີ້ນຳ ກັມມາທິການສຶກສາສົງ ແລະ ກັມມາທິການເຜີຍແຜ່ສີລະທັມ

ມາດຕາ IV.2  : ຫ້ອງການບໍຣິຫານງານ  ອົງການພຸດທະສາສະໜາສັມພັນລາວ ເມືອງ..................   ປະກອບມີ 4-6 ອົງ

1.    ພຣະອາຈານ                                     ເປັນຫົວໜ້າ

2.   ພຣະອາຈານ                                    ເປັນຮອງຫົວໜ້າ 

3.   ພຣະອາຈານ                                     ເປັນຮອງຫົວໜ້າ  

4.   ພຣະອາຈານ                                    ເປັນຄະນະ

5.   ພຣະອາຈານ                                     ເປັນຄະນະ

6.   ພຣະອາຈານ                                     ເປັນຄະນະ                                                            

ມາດຕາ IV.3  : ກັມມາທິການປົກຄອງສົງ ອົງການພຸດທະສາສະໜາສັມພັນລາວ ເມືອງ...............  ປະກອບມີ: 4-6 ອົງ 

1.    ພຣະອາຈານ                                     ເປັນຫົວໜ້າ

2.   ພຣະອາຈານ                                    ເປັນຮອງຫົວໜ້າ 

3.   ພຣະອາຈານ                                     ເປັນຮອງຫົວໜ້າ  

4.   ພຣະອາຈານ                                     ເປັນຄະນະ

5.   ພຣະອາຈານ                                     ເປັນຄະນະ

6.   ພຣະອາຈານ                                     ເປັນຄະນະ                                                            

ມາດຕາ IV.4: ກັມມາທິການສຶກສາສົງ ອົງການພຸດທະສາສະໜາສັມພັນລາວ ເມືອງ…………..ປະກອບມີ: 4-6 ອົງ  

1.    ພຣະອາຈານ                                     ເປັນຫົວໜ້າ

2.   ພຣະອາຈານ                                    ເປັນຮອງຫົວໜ້າ 

3.   ພຣະອາຈານ                                     ເປັນຮອງຫົວໜ້າ  

4.   ພຣະອາຈານ                                     ເປັນຄະນະ

5.   ພຣະອາຈານ                                     ເປັນຄະນະ

6.   ພຣະອາຈານ                                     ເປັນຄະນະ                                                            

ມາດຕາ IV.5: ກັມມາທິການເຜີຍແຜ່ສີລະທັມ ແລະ ປະຕິບັດກຳມະຖານ  ອົງການພຸດທະສາສະໜາສັມພັນລາວ ເມືອງ…………………. ປະກອບມີ: 4-6 ອົງ  

1.    ພຣະອາຈານ                                     ເປັນຫົວໜ້າ

2.   ພຣະອາຈານ                                    ເປັນຮອງຫົວໜ້າ 

3.   ພຣະອາຈານ                                     ເປັນຮອງຫົວໜ້າ  

4.   ພຣະອາຈານ                                     ເປັນຄະນະ

5.   ພຣະອາຈານ                                     ເປັນຄະນະ

6.   ພຣະອາຈານ                                     ເປັນຄະນະ                                                            

 

ມາດຕາ IV.6: ກັມມາທິການສາທາຣະນູປະການ  ອົງການພຸດທະສາສະໜາສັມພັນລາວ

ເມືອງ………………….  ປະກອບມີ: 4-6 ອົງ  

1.    ພຣະອາຈານ                                    ເປັນຫົວໜ້າ

2.   ພຣະອາຈານ                                    ເປັນຮອງຫົວໜ້າ 

3.   ພຣະອາຈານ                                     ເປັນຮອງຫົວໜ້າ  

4.   ພຣະອາຈານ                                     ເປັນຄະນະ

5.   ພຣະອາຈານ                                     ເປັນຄະນະ

6.   ພຣະອາຈານ                                     ເປັນຄະນະ

ໝາຍເຫດ :    ຄະນະກັມມະການ ອົງການພຸດທະສາສະໜາສັມພັນລາວ ເມືອງ.........................ມີ

ທັງໝົດ 15 ອົງ ໃນນັ້ນແຍກອອກເປັນຄະນະປະຈຳ 7 ອົງ,  ທີ່ປືກສາເອາເທົ່າທີ່ເມືອງມີ ແລະ ກັມມາທິການຕ່າງໆມີໄດ້ 1-6 ອົງ ຫຼືນ້ອຍກວ່ານີ້ກໍ່ໄດ້ ເທົ່າເມືອງຂອງຕົນຫາບຸກຄະລາກອນໄດ້.

-ຫົວໜ້າຫ້ອງການ ແລະ ຫົວໜ້າກັມມາທິການ, ຮອງຫົວໜ້າຫ້ອງການ ແລະ ຫົວໜ້າກັມມາທິການ ທັງ 4 ແມ່ນໃຫ້ເອາໃນຄະນະກັມມະການບໍລິຫານງານ ສ່ວນທີ່ເປັນຄະນະຊັບຊ້ອນອົງອື່ນໆກໍ່ໄດ້                                                            

 

 



 

 

 


Post a Comment

0Comments

Post a Comment (0)

#buttons=(ຍອມຮັບ) #days=(20)

ພວກເຮົາໄດ້ໃຊບໍລິການຄຸກກີ້ ເພື່ອໃຫ້ທຸທ່ານມີປະສົບການທີ່ດີຂຶ້ນ ອ່ານເພີ່ມເຕີມ
ຍອມຮັບ