ອພສ ເມືອງ ວິລະບູລີ



 ອພສ ເມືອງ ວິລະບູລີ



ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

ອົງການພຸດທະສາສະໜາສັມພັນລາວ                                    
ແຂວງສະຫວັນນະເຂດ                                  
                        ເລກທີ 649 /ອພສ.ຂ

   

ຂໍ້ຕົກລົງ

ວ່າດ້ວຍການແຕ່ງຕັ້ງ ແລະ ຮັບຮອງເອົາຄະນະບໍລິຫານງານ

ອົງການພຸດທະສາສະໜາສັມພັນລາວ   ເມືອງວິລະບູລີ  ແຂວງສະຫວັນນະເຂດ

ສະໄໝທີ  IX (2025-2030)                                                                                                                       

ອີງຕາມ :      ທັມມະນູນສົງລາວ ສະບັບປັບປຸງ ປີພຸດທະສັງກາດ 2565 ສະບັບເລກທີ 96/ອພສ                                 ລົງວັນທີ 15 ທັນວາ 2022, ຮັບຮອງ ແລະ ປະກາດໃຊ້ ໂດຍນາຍົກລັດຖະມົນຕີ                                      ແຫ່ງ ສປປ.ລາວ ສະບັບເລກທີ 189/ນຍ  ລົງວັນທີ 03 ເມສາ 2023                                                                                                   ອີງຕາມ:       ດຳລັດວ່າດ້ວຍການຄຸ້ມຄອງ ແລະ ປົກປ້ອງ ການເຄື່ອນໄຫວສາສະໜາ ຢູ່ ສປປ.ລາວ                               ສະບັບເລກທີ 315/ລບ, ລົງວັນທີ 16 ສິງຫາ 2016                                                                                              

ອີງຕາມ:       ມະຕິກອງປະຊຸມຂອງຜູ້ແທນສົງທົ່ວເມືອງວີລະບູລີ ຄັ້ງວັນທີ 16 ມັງກອນ 2025

                                                                                                                                                                                            ປະທານອົງການພຸດທະສາສະໜາສັມພັນລາວ ແຂວງສະຫວັນນະເຂດ                                                                                                              ອອກຂໍ້ຕົກລົງ :

ມາດຕາ  I :  ຮັບຮອງເອົາ ຄະນະບໍລິຫານງານປະຈໍາການ ອົງການພຸດທະສາສະໜາສັມພັນລາວ  ເມືອງ ວິລະບູລີ  ປະກອບມີ 7 ອົງ            

1.  ພຣະອາຈານ          ສະຫວັນ                 ສີລະປັນໂຍ

2.  ພຣະອາຈານ          ຢືດ                       ອັກຄະວັນໂນ

3.  ພຣະອາຈານ          ຄຳ                       ໄຊຍະແພງ

4.  ພຣະອາຈານ          ຈັນທະວີ               ຈັນທະວັງໂສ

5.  ພຣະອາຈານ          ຫົງຄຳ                   ໄຂຄຳພິທູນ

6.  ພຣະອາຈານ          ອຸ່ນ                     ສັນຕະມະໂນ

7.  ພຣະອາຈານ          ນັດຕະພົນ              ວົງສີແກ້ວ

 

ມາດຕາ II : ຮັບຮອງເອົາ ຄະນະກັມມະການບໍລິຫານງານ ອົງການພຸດທະສາສະໜາສັມພັນລາວ          ເມືອງ ວິລະບູລີ ປະກອບດ້ວຍ 13 ອົງ ດັ່ງນີ້:

1.  ພຣະອາຈານ ສະຫວັນ  ສີລະປັນໂຍ                   ເປັນ ກັມມະການບໍຣິຫານງານ

2.  ພຣະອາຈານ ຍືດ        ອັກຄະວັນໂນ              ເປັນ ກັມມະການບໍຣິຫານງານ

3.  ພຣະອາຈານ ຄໍ້າ         ໄຊຍະແພງ                 ເປັນ ກັມມະການບໍຣິຫານງານ

4.  ພຣະອາຈານ ຈັນທະວີ  ຈັນທະວັງໂສ              ເປັນ ກັມມະການບໍຣິຫານງານ

5.  ພຣະອາຈານ ນັດຕະພົນ ວົງສີແກ້ວ                  ເປັນ ກັມມະການບໍຣິຫານງານ

6.  ພຣະອາຈານ ອຸ່ນ        ສັນຕະມະໂນ              ເປັນ ກັມມະການບໍຣິຫານງານ

7.  ພຣະອາຈານ ຫົງຄຳ     ໄຂຄຳພິທູນ                ເປັນ ກັມມະການບໍຣິຫານງານ

8.  ພຣະອາຈານ ແກ້ວອຸດອນ ທັມມະປະໂຣ           ເປັນ ກັມມະການບໍຣິຫານງານ

9.  ພຣະອາຈານ ທອງ     ທັມມະກາໂມ            ເປັນ ກັມມະການບໍຣິຫານງາ

              10.ພຣະອາຈານ ໂຈມ        ສຸຈິດໂຕ                   ເປັນ ກັມມະການບໍຣິຫານງານ   11.ພຣະອາຈານ ຈຳປາ                      ປິຕິທັມ                    ເປັນ ກັມມະການບໍຣິຫານງານ                                                   12.ພຣະອາຈານ ຄູນ        ໄຊຍະວົງສາ               ເປັນ ກັມມະການບໍຣິຫານງານ                                                                  13.ພຣະອາຈານ ແຫວ               ອະພິຊາໂຕ                 ເປັນ ກັມມະການບໍຣິຫານງານ

ມາດຕາ III : ຮັບຮອງເອົາ ຄະນະທີ່ປືກສາ ຄະນະບໍຣິຫານວຽກງານ ອົງການພຸດທະສາສະໜາສັມພັນລາວ ເມືອງ ວິລະບູລີ  ປະກອບດ້ວຍ 3 ອົງ ດັ່ງນີ້ :

1.  ພຣະອາຈານ ໂຈມ            ວໍນະລາດ           ປະທານທີ່ປຶກສາ                               

2.  ພຣະອາຈານ ຄົມມະນີ                              ຮອງປະທານທີ່ປຶກສາ

3.  ພຣະອາຈານ ນ້ອຍ                                   ຄະນະທີ່ປືກສາ 

          

ມາດຕາ IV    : ຮັບຮອງເອົາ ຕໍາແໜ່ງຄະນະບໍຣິຫານງານ ອົງການພຸດທະສາສະໜາສັມພັນລາວ ເມືອງ ວິລະບູລີ ທັງຄະນະປະທານ ແລະ ກັມມາທິການຕ່າງໆ ດັ່ງນີ້:

ມາດຕາ IV.1 : ຄະນະປະທານ

         ຄະນະປະທານບໍຣິຫານງານ  ອົງການພຸດທະສາສະໜາສັມພັນລາວ  ເມືອງວີລະບູລີ                                                                                     

1.  ພຣະອາຈານ ສະຫວັນ ສີລະປັນໂຍ                   ປະທານ ອພສ  ເມືອງວິລະບູລີ             ຊີ້ນຳລວມໃນທຸກຂົງເຂດວຽກງານ ອົງການພຸດທະສາສະໜາສັມພັນລາວ ເມືອງ   

2.  ພຣະອາຈານ ຢືດ        ອັກຄະວັນໂນ                 ເປັນ ຮອງປະທານ

ຊີ້ນຳ ກັມມາທິການປົກຄອງສົງ ແລະ ກັມມາທິການສາທາຣະນູປະການ

3.  ພຣະອາຈານ ຄ້ຳ         ໄຊຍະແພງ                   ເປັນ ຮອງປະທານ

ຊີ້ນຳ ກັມມາທິການສຶກສາສົງ ແລະ ກັມມາທິການເຜີຍແຜ່ສີລະທັມ

ມາດຕາ IV.2  : ຫ້ອງການບໍຣິຫານງານ  ອົງການພຸດທະສາສະໜາສັມພັນລາວ ເມືອງ ວິລະບູລີ   ປະກອບມີ 3 ອົງ

1.  ພຣະອາຈານ ຫົງຄຳ          ໄຂຄຳພິທູນ    ເປັນຫົວໜ້າຫ້ອງການບໍຣິຫານງານ

2.  ພຣະອາຈານ ແຫວ           ອະພິຊາໂຕ     ເປັນຮອງຫົວໜ້າຫ້ອງການບໍຣິຫານງານ

3.  ພຣະອາຈານ ໂຈມ            ສຸຈິດໂຕ        ເປັນຄະນະ

 

ມາດຕາ IV.3  : ກັມມາທິການປົກຄອງສົງ ອົງການພຸດທະສາສະໜາສັມພັນລາວ ເມືອງວິລະບູລີ ປະກອບມີ: 2 ອົງ  

1.  ພຣະອາຈານ ຢືດ          ອັກຄະວັນໂນ                   ເປັນ ຫົວໜ້າກັມມາທິການ

2.  ພຣະອາຈານ ຄູນ          ໄຊຍະວົງສາ                   ຮອງຫົວໜ້າກັມມາທິກາ                   

ມາດຕາ IV.4: ກັມມາທິການສຶກສາສົງ ອົງການພຸດທະສາສະໜາສັມພັນລາວ ເມືອງ ວິລະບູລີ          ປະກອບມີ: 2 ອົງ  

1.  ພຣະອາຈານ ນັດຕະພົນ ວົງສີແກ້ວ                ເປັນຫົວໜ້າກັມມາທິການ     

2.  ພຣະອາຈານ ບຸນທະລົງ ສີວິໄລ                   ຮອງຫົວໜ້າກັມມາທິການ

 

ມາດຕາ IV.5: ກັມມາທິການເຜີຍແຜ່ສີລະທັມ ແລະ ປະຕິບັດກຳມະຖານ  ອົງການພຸດທະສາສະໜາສັມພັນລາວ ເມືອງ ວິລະບູລີ    ປະກອບມີ: 3 ອົງ  

1.  ພຣະອາຈານ ຈັນທະວີ   ຈັນທະວັງໂສ            ເປັນຫົວໜ້າກັມມາທິການ       

2.  ພຣະອາຈານ ຄອນ      ສຸລະນົນ                 ຮອງຫົວໜ້າກັມມາທິການ

3.  ພຣະອາຈານ ທອງ       ທັມມະກາໂມ           ເປັນຄະນະ

 

ມາດຕາ IV.6: ກັມມາທິການສາທາຣະນູປະການ  ອົງການພຸດທະສາສະໜາສັມພັນລາວ            ເມືອງ ວິລະບູລີ     ປະກອບມີ: 3 ອົງ  

1.  ພຣະອາຈານ ອຸ່ນ         ສັນຕະມະໂນ              ເປັນຫົວໜ້າກັມມາທິການ                                                                             

2.  ພຣະອາຈານ ແກ້ວອຸດອນ ທັມມະປະໂຣ          ຮອງຫົວໜ້າກັມມາທິການ

3.  ພຣະອາຈານ ຈຳປາ      ປີຕິທັມ                     ເປັນຄະນະ

 

ມາດຕາ V : ສິດແລະໜ້າທີ່ວຽກງານຂອງ ຄະນະ ອພສ ເມືອງ

1.  ປະທານ ອພສ ເມືອງ, ຮອງປະທານ ອພສ ເມືອງ ແລະ ຄະນະ ອພສ ຂັ້ນເມືອງ ປະຕິບັດຕາມຫຼັກການລວມສູນປະຊາທິປະໄຕ, ເຮັດວຽກເປັນໜູ່ຄະນະ ມີຜູ້ຮັບຜິດ ຊອບຢ່າງລະອຽດຈະແຈ້ງ,

2.  ມີສິດຮຽກຮ້ອງກອງປະຊຸມ ແລະຕົກລົງປັນຫາຕ່າງໆ ທີ່ກ່ຽວຂ້ອງກັບວຽກງານ ອພສ.

3.  ມີສິດສຶກສາອົບຮົມ ພຣະສົງ-ສາມະເນນ, ພໍ່ຂາວ-ແມ່ຂາວ ແລະ ສັງກະລີ ຢູ່ພາຍໃນວັດ ຂອບເຂດຄວາມຮັບຜິດຊອບຂອງຕົນ.

4.  ມີສິດປະສານສົມທົບກັບບັນດາ ອົງການຈັດຕັ້ງທີ່ກ່ຽວຂ້ອງ ພາຍໃນເມືອງ.

ມາດຕາ VI : ຫ້ອງການບໍຣິຫານງານ ອພສ ເມືອງ, ບັນດາກັມມາທິການ ແລະ ພາກສ່ວນທີ່ກ່ຽວຂ້ອງ ພ້ອມດ້ວຍພຣະອາຈານອົງທີ່ໄດ້ຮັບການແຕ່ງຕັ້ງຕາມຂໍ້ຕົກລົງນີ້   ຈົ່ງຮັບຮູ້ ແລະ ຈັດຕັ້ງປະຕິບັດໜ້າທີ່ວຽກງານ ຕາມພາຣະບົດບາດ ສິດທິ ແລະ ໜ້າທີ່ຂອງຕົນ ໃຫ້ສຳເລັດຜົນເປັນຢ່າງດີ.

ມາດຕາ VII : ຂໍ້ຕົກລົງສະບັບນີ້ ມີຜົນສັກສິດນັບແຕ່ມື້ລົງລາຍເຊັນເປັນຕົ້ນໄປ.

 

ທີ່ ສະຫວັນນະເຂດ ວັນທີ  15 ກໍລະກົດ 2025

ປະທານ ອົງການພຸດທະສາສະໜາສັມພັນລາວ ແຂວງ ສະຫວັນນະເຂດ

 

ບ່ອນສົ່ງ

ຫ້ອງການບໍຣິຫານງານ ອພສ ເມືອງ    1 ສະບັບ

ກັມມາທິການ ອພສ ເມືອງ             4 ສະບັບ

ຫ້ອງວ່າການປົກຄອງເມືອງ             1 ສະບັບ

ແນວລາວສ້າງຊາດເມືອງ                1 ສະບັບ

ຫ້ອງການພາຍໃນເມືອງ                 1 ສະບັບ

ຫ້ອງການ ຖວທ ເມືອງ                  1 ສະບັບ

ປກສ ເມືອງ                              1 ສະບັບ

ຫ້ອງການບໍຣິຫານງານ ອພສ ແຂວງ   1 ສະບັບ

 


Post a Comment

0Comments

Post a Comment (0)

#buttons=(ຍອມຮັບ) #days=(20)

ພວກເຮົາໄດ້ໃຊບໍລິການຄຸກກີ້ ເພື່ອໃຫ້ທຸທ່ານມີປະສົບການທີ່ດີຂຶ້ນ ອ່ານເພີ່ມເຕີມ
ຍອມຮັບ