ອພສ ເມືອງ ໄຊພູທອງ

 

ອພສ ເມືອງ ໄຊພູທອງ


ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

ອົງການພຸດທະສາສະໜາສັມພັນລາວ                                    
ແຂວງສະຫວັນນະເຂດ                                  
                       ເລກທີ 196 /ອພສ.ຂ

   

ຂໍ້ຕົກລົງ

ວ່າດ້ວຍການແຕ່ງຕັ້ງ ແລະ ຮັບຮອງເອົາຄະນະບໍລິຫານງານ

ອົງການພຸດທະສາສະໜາສັມພັນລາວ   ເມືອງໄຊພູທອງ  ແຂວງສະຫວັນນະເຂດ

ສະໄໝທີ  IX (2025-2030)                                                                                                                       

ອີງຕາມ :      ທັມມະນູນສົງລາວ ສະບັບປັບປຸງ ປີພຸດທະສັງກາດ 2565 ສະບັບເລກທີ 96/ອພສ                       ລົງວັນທີ 15 ທັນວາ 2022, ຮັບຮອງ ແລະ ປະກາດໃຊ້ໂດຍນາຍົກລັດຖະມົນຕີ ແຫ່ງ ສປປ.ລາວ ສະບັບເລກທີ 189/ນຍ  ລົງວັນທີ 03 ເມສາ 2023

ອີງຕາມ:       ດຳລັດວ່າດ້ວຍການຄຸ້ມຄອງ ແລະ ປົກປ້ອງ ການເຄື່ອນໄຫວສາສະໜາ ຢູ່ ສປປ.ລາວ                               ສະບັບເລກທີ 315/ລບ, ລົງວັນທີ 16 ສິງຫາ 2016                                                                                           

ອີງຕາມ:       ມະຕິກອງປະຊຸມຂອງຜູ້ແທນສົງທົ່ວເມືອງໄຊພູທອງ ຄັ້ງວັນທີ 16 ມັງກອນ 2025

                                                                                                                                                                                            ປະທານອົງການພຸດທະສາສະໜາສັມພັນລາວ ແຂວງສະຫວັນນະເຂດ                                                                                                              ອອກຂໍ້ຕົກລົງ :

ມາດຕາ  I :  ຮັບຮອງເອົາ ຄະນະບໍລິຫານງານປະຈໍາການ ອົງການພຸດທະສາສະນາສັມພັນລາວ  ເມືອງ ໄຊພູທອງ ປະກອບມີ 7 ອົງ            

1.    ຍາທ່ານ ທອງດຳ                             ຈັນທະວົງ

2.    ຍາທ່ານ ຄຳເຄນ                              ໄຊຍະສອນ

3.    ພຣະອາຈານ ແສງສະຫວ່າງ                 ອິນສີນາ

4.    ພຣະອາຈານ ສຸກັນ                          ຈັນທະດີ

5.    ພຣະອາຈານ ສອນເພັດ                     ໂງ່ນລາຊະສິງ

6.    ພຣະອາຈານ ພົມມະສອນ                  ໄຊປັນຍາ

7.    ພຣະອາຈານ ສົມລິດ                        ອໍລະພັນ

 

ມາດຕາ II : ຮັບຮອງເອົາຄະນະກັມມະການບໍລິຫານງານ ອົງການພຸດທະສາສະນາສັມພັນລາວ          ເມືອງ ໄຊພູທອງ ປະກອບດ້ວຍ 14 ອົງ ດັ່ງນີ້:

1.    ພຣະອາຈານ ທອງດຳ   ຈັນທະວົງ                 ເປັນ ປະທານ

2.    ພຣະອາຈານ ຄຳເຄນ    ໄຊຍະສອນ                ເປັນ ຮອງປະທານ

3.    ພຣະອາຈານ ແສງສະຫວ່າງ ຈັນສີນາ               ເປັນ ຮອງປະທານ 

4.    ພຣະອາຈານ ສຸກັນ      ຈັນທະດີ                   ເປັນ ກັມມະການບໍຣິຫານງານ  

5.    ພຣະອາຈານ ສອຍເພັດ ໂງ່ນລາຊະສິງ              ເປັນ ກັມມະການບໍຣິຫານງານ

6.    ພຣະອາຈານ ຈັນທະໂຄ ອິນສີນາ                    ເປັນ ກັມມະການບໍຣິຫານງານ

7.    ພຣະອາຈານ ພິມມະສອນ ໄຊປັນຍາ               ເປັນ ກັມມະການບໍຣິຫານງານ

8.    ພຣະອາຈານ ຫອມ      ໄຊຍະວົງ                  ເປັນ ກັມມະການບໍຣິຫານງານ

9.    ພຣະອາຈານ ສົມລິດ    ອໍລະພັນ                   ເປັນ ກັມມະການບໍຣິຫານງານ

10. ພຣະອາຈານ ຄຳຜົງ      ເທບນິມິດ                 ເປັນ ກັມມະການບໍຣິຫານງານ

11. ພຣະອາຈານ ກໍລະກັນ  ພິມມະຈັກ                 ເປັນ ກັມມະການບໍຣິຫານງານ

12. ພຣະອາຈານ ພິມພາ     ຈັນທະວົງ                 ເປັນ ກັມມະການບໍຣິຫານງານ

13. ພຣະອາຈານ ວິເສດ     ວໍລະສານ                  ເປັນ ກັມມະການບໍຣິຫານງານ

14. ພຣະອາຈານ ສຸທິນ      ສີບຸນເຮືອງ                ເປັນ ກັມມະການບໍຣິຫານງານ

 

ມາດຕາ III : ຮັບຮອງເອົາຄະນະທີ່ປືກສາ ຄະນະບໍຣິຫານວຽກງານ ອົງການພຸດທະສາສະໜາສັມພັນລາວ ເມືອງ ໄຊພູທອງ ປະກອບດ້ວຍ 2 ອົງ ດັ່ງນີ້ :

1.    ຍາທ່ານ ຄຳຜົງ                  ເທບນິມິດ              ເປັນ ປະທານທີ່ປຶກສາ                               

2.    ພຣະອາຈານ ບຸນນຳ            ພົມມະວົງສາ           ເປັນ ຮອງປະທານທີ່ປຶກສາ

          

ມາດຕາ IV    : ຮັບຮອງເອົາ ຕໍາແໜ່ງຄະນະບໍຣິຫານງານ ອົງການພຸດທະສາສະໜາສັມພັນລາວ ເມືອງ ໄຊພູທອງ ທັງຄະນະປະທານ ແລະ ກັມມາທິການຕ່າງໆ ດັ່ງນີ້:

ມາດຕາ IV.1 : ຄະນະປະທານ

         ຄະນະປະທານບໍຣິຫານງານ  ອົງການພຸດທະສາສະໜາສັມພັນລາວ                                                                                       

1.    ຍາທ່ານ ທອງດຳ ຈັນທະວົງ                       ປະທານ ອພສ  ເມືອງໄຊພູທອງ             ຊີ້ນຳລວມໃນທຸກຂົງເຂດວຽກງານ ອົງການພຸດທະສາສະໜາສັມພັນລາວ ເມືອງ   

2.    ຍາທ່ານ ຄຳເຄນ       ໄຊຍະສອນ                   ເປັນ ຮອງປະທານ 1

ຊີ້ນຳ ກັມມາທິການປົກຄອງສົງ ແລະ ກັມມາທິການສາທາຣະນູປະການ

3.    ພຣະອາຈານ ແສງສະຫວ່າງ ອິນສີນາ               ເປັນຮອງປະທານ 2

ຊີ້ນຳ ກັມມາທິການສຶກສາສົງ ແລະ ກັມມາທິກາຍເຜີຍແຜ່ສີລະທັມ

ມາດຕາ IV.2  : ຫ້ອງການບໍຣິຫານງານ  ອົງການພຸດທະສາສະໜາສັມພັນລາວ                        ເມືອງ ໄຊພູທອງ ປະກອບມີ 3 ອົງ

1.  ພຣອາຈານ  ພົມມະສອນ ໄຊຍະປັນຍາ  ເປັນຫົວໜ້າຫ້ອງການບໍຣິຫານງານ

2.  ພຣະອາຈານ ວິເສດ       ວໍລະສານ      ເປັນຮອງຫົວໜ້າຫ້ອງການບໍຣິຫານງານ

3.  ພຣະອາຈານ ແສງເພັດ                     ເປັນຄະນະ  

ມາດຕາ IV.3  : ກັມມາທິການປົກຄອງສົງ ອົງການພຸດທະສາສະໜາສັມພັນລາວ                           ເມືອງ ໄຊພູທອງ ປະກອບມີ: 3 ອົງ  

1.    ຍາທ່ານ ສອນເພັດ     ໂງ່ນລາຊະສິງ                   ເປັນຫົວໜ້າກັມມາທິການ                 ຊີ້ນຳລວມວຽກງານປົກຄອງສົງ

2.    ພຣະອາຈານ ພິມພາ   ຈັນທະວົງ                      ຮອງຫົວໜ້າກັມມາທິການ

3.    ພຣະອາຈານ ຄຳສີ     ເກດຕະວົງ                      ເປັນຄະນະ

ມາດຕາ IV.4: ກັມມາທິການສຶກສາສົງ ອົງການພຸດທະສາສະໜາສັມພັນລາວ                          ເມືອງ ໄຊພູທອງ        ປະກອບມີ: 3 ອົງ  

1.    ພຣະອາຈານ ພິມມະສອນ ໄຊປັນຍາ         ເປັນຫົວໜ້າກັມມາທິການ      ຊີ້ນຳລວມວຽກງານ ສຶກສາສົງ                                                                                                                                          

2.    ພຣະອາຈານ ກໍລະກັນ ພົມມະຈັກ            ເປັນຮອງຫົວໜ້າກັມມາທິການ

3.    ພຣະອາຈານ ຍັນຕະ                           ເປັນຄະນະ   

ມາດຕາ IV.5: ກັມມາທິການເຜີຍແຜ່ສີລະທັມ ແລະ ປະຕິບັດກຳມະຖານ  ອົງການພຸດທະສາສະໜາສັມພັນລາວ ເມືອງ ໄຊພູທອງ    ປະກອບມີ: 6 ອົງ  

1.    ພຣະອາຈານ ສຸກັນ   ຂັນຕິທັມໂມ           ເປັນຫົວໜ້າກັມມາທິການ       ຊີ້ນຳລວມວຽກງານເຜີຍແຜ່ສີລະທັມ ແລະ ປະຕິບັດກຳມະຖານ                                                                      

2.    ພຣະອາຈານ ຈັນທະໂຄ ອິນສີນາ             ຮອງຫົວໜ້າກັມມາທິການ

3.    ພຣະອາຈານ ຫອມ   ເທບສົມບັດ             ເປັນຄະນະ

4.    ພຣະອາຈານ ພິມພາ                            ເປັນຄະນະ   

5.    ພຣະອາຈານ ບຸນມີ                              ເປັນຄະນະ   

6.    ພຣະອາຈານ ພອນສະໝຸດ                     ເປັນຄະນະ      

ມາດຕາ IV.6: ກັມມາທິການສາທາຣະນູປະການ  ອົງການພຸດທະສາສະໜາສັມພັນລາວ            ເມືອງ ໄຊພູທອງ     ປະກອບມີ: 6 ອົງ  

1.    ພຣະອາຈານ ສົມລິດ ອໍລະພັນ                    ເປັນຫົວໜ້າກັມມາທິການ                                                                             

ຊີ້ນຳລວມວຽກງານສາທາຣະນູປະການ                                                                      

2.    ພຣະອາຈານ ສຸທິນ                               ຮອງຫົວໜ້າກັມມາທິການ

3.    ພຣະອາຈານ ບຸນຫຼາຍ (ນ້ອຍ)                 ເປັນຄະນະ   

4.    ພຣະອາຈານ ຄຳໄຜ່                             ເປັນຄະນະ   

5.    ພຣະອາຈານ ແກະ                              ເປັນຄະນະ   

6.    ພຣະອາຈານ ຄຳຜັ່ນ (ຈ່ອຍ)                   ເປັນຄະນະ   

ມາດຕາ V : ສິດແລະໜ້າທີ່ວຽກງານຂອງ ຄະນະ ອພສ ເມືອງ

1.    ປະທານ ອພສ ເມືອງ, ຮອງປະທານ ອພສ ເມືອງ ແລະ ຄະນະ ອພສ ຂັ້ນເມືອງ ປະຕິບັດຕາມຫຼັກການລວມສູນປະຊາທິປະໄຕ, ເຮັດວຽກເປັນໜູ່ຄະນະ ມີຜູ້ຮັບຜິດ ຊອບຢ່າງລະອຽດຈະແຈ້ງ,

2.    ມີສິດຮຽກຮ້ອງກອງປະຊຸມ ແລະຕົກລົງປັນຫາຕ່າງໆ ທີ່ກ່ຽວຂ້ອງກັບວຽກງານ ອພສ.

3.    ມີສິດສຶກສາອົບຮົມ ພຣະສົງ-ສາມະເນນ, ພໍ່ຂາວ-ແມ່ຂາວ ແລະ ສັງກະລີ ຢູ່ພາຍໃນວັດ ຂອບເຂດຄວາມຮັບຜິດຊອບຂອງຕົນ.

4.    ມີສິດປະສານສົມທົບກັບບັນດາ ອົງການຈັດຕັ້ງທີ່ກ່ຽວຂ້ອງ ພາຍໃນເມືອງ.

ມາດຕາ VI : ຫ້ອງການບໍຣິຫານງານ ອພສ ເມືອງ, ບັນດາກັມມາທິການ ແລະ ພາກສ່ວນທີ່ກ່ຽວຂ້ອງ ພ້ອມດ້ວຍພຣະອາຈານອົງທີ່ໄດ້ຮັບການແຕ່ງຕັ້ງຕາມຂໍ້ຕົກລົງນີ້   ຈົ່ງຮັບຮູ້ ແລະ ຈັດຕັ້ງປະຕິບັດໜ້າທີ່ວຽກງານ ຕາມພາຣະບົດບາດ ສິດທິ ແລະ ໜ້າທີ່ຂອງຕົນ ໃຫ້ສຳເລັດຜົນເປັນຢ່າງດີ.

ມາດຕາ VII : ຂໍ້ຕົກລົງສະບັບນີ້ ມີຜົນສັກສິດນັບແຕ່ມື້ລົງລາຍເຊັນເປັນຕົ້ນໄປ.

ທີ່ ສະຫວັນນະເຂດ ວັນທີ   26 ມິຖຸນາ 2025

ປະທານ ອົງການພຸດທະສາສະໜາສັມພັນລາວ ແຂວງ ສະຫວັນນະເຂດ

ບ່ອນສົ່ງ

ຫ້ອງການບໍຣິຫານງານ ອພສ ເມືອງ         1 ສະບັບ

ກັມມາທິການ ອພສ ເມືອງ                   4 ສະບັບ

ຫ້ອງວ່າການປົກຄອງເມືອງ                  1 ສະບັບ

ແນວລາວສ້າງຊາດເມືອງ                     1 ສະບັບ

ຫ້ອງການພາຍໃນເມືອງ                      1 ສະບັບ

ຫ້ອງການ ຖວທ ເມືອງ                      1 ສະບັບ

ປກສ ເມືອງ                                   1 ສະບັບ

ຫ້ອງການບໍຣິຫານງານ ອພສ ແຂວງ         1 ສະບັບ


Post a Comment

0Comments

Post a Comment (0)

#buttons=(ຍອມຮັບ) #days=(20)

ພວກເຮົາໄດ້ໃຊບໍລິການຄຸກກີ້ ເພື່ອໃຫ້ທຸທ່ານມີປະສົບການທີ່ດີຂຶ້ນ ອ່ານເພີ່ມເຕີມ
ຍອມຮັບ