ສາທາລະນະລັດ
ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ
ອົງການພຸດທະສາສະໜາສັມພັນລາວ
ແຂວງສະຫວັນນະເຂດ ເລກທີ 651 /ອພສ.ຂ
ຂໍ້ຕົກລົງ
ວ່າດ້ວຍການແຕ່ງຕັ້ງ ແລະ ຮັບຮອງເອົາຄະນະບໍລິຫານງານ
ອົງການພຸດທະສາສະໜາສັມພັນລາວ ເມືອງພະລານໄຊ ແຂວງສະຫວັນນະເຂດ
ສະໄໝທີ IX (2025-2030)
ອີງຕາມ : ທັມມະນູນສົງລາວ ສະບັບປັບປຸງ ປີພຸດທະສັງກາດ
2565 ສະບັບເລກທີ 96/ອພສ ລົງວັນທີ 15 ທັນວາ 2022, ຮັບຮອງ ແລະ ປະກາດໃຊ້ ໂດຍນາຍົກລັດຖະມົນຕີ ແຫ່ງ ສປປ.ລາວ ສະບັບເລກທີ 189/ນຍ ລົງວັນທີ 03 ເມສາ 2023
ອີງຕາມ: ດຳລັດວ່າດ້ວຍການຄຸ້ມຄອງ ແລະ ປົກປ້ອງ
ການເຄື່ອນໄຫວສາສະໜາ ຢູ່ ສປປ.ລາວ ສະບັບເລກທີ 315/ລບ, ລົງວັນທີ 16 ສິງຫາ 2016
ອີງຕາມ: ມະຕິກອງປະຊຸມຂອງຜູ້ແທນສົງທົ່ວເມືອງພະລານໄຊ ຄັ້ງວັນທີ 13 ເດືອນ
ມັງກອນ 2025
ປະທານອົງການພຸດທະສາສະໜາສັມພັນລາວ ແຂວງສະຫວັນນະເຂດ
ອອກຂໍ້ຕົກລົງ :
ມາດຕາ I : ຮັບຮອງເອົາ ຄະນະບໍລິຫານງານປະຈໍາການ ອົງການພຸດທະສາສະໜາສັມພັນລາວ ເມືອງ ພະລານໄຊ ປະກອບມີ 7 ອົງ
1. ພຣະອາຈານ ນິລັນຍາ ມະນີວົງ
2.
ພຣະອາຈານ ກົງ ສີທະນົນໄຊ
3.
ພຣະອາຈານ ອິນ ໄຊສະຫວັດ
4.
ພຣະອາຈານ ພູວົງ ສິງອ່ອນ
5.
ພຣະອາຈານ ບຸນມີ ນົນນະລາດ
6.
ພຣະອາຈານ ຄຳໄພ ໄຊຍະກອນ
7.
ພຣະອາຈານ ນັດ
ມາດຕາ II : ຮັບຮອງເອົາ ຄະນະກັມມະການບໍລິຫານງານ
ອົງການພຸດທະສາສະໜາສັມພັນລາວ ເມືອງ
ພະລານໄຊ ປະກອບດ້ວຍ 14 ອົງ ດັ່ງນີ້:
1.
ພຣະອາຈານ ນິລັນຍາ ມະນີວົງ ເປັນ
ກັມມະການບໍຣິຫານງານ
2.
ພຣະອາຈານ ກົງ ສີທະນົນໄຊ
ເປັນ ກັມມະການບໍຣິຫານງານ
3.
ພຣະອາຈານ ອິນ ໄຊສະຫວັດ ເປັນ ກັມມະການບໍຣິຫານງານ
4.
ພຣະອາຈານ ພູວົງ ສິງອ່ອນ ເປັນ
ກັມມະການບໍຣິຫານງານ
5.
ພຣະອາຈານ ບຸນມີ ນົນນະລາດ ເປັນ
ກັມມະການບໍຣິຫານງານ
6.
ພຣະອາຈານ ນັດ ເປັນ
ກັມມະການບໍຣິຫານງານ
7.
ພຣະອາຈານ ຄຳໄພ ໄຊຍະກອນ ເປັນ ກັມມະການບໍຣິຫານງານ
8.
ພຣະອາຈານ ວຽງ ສີສຸພັນ ເປັນ
ກັມມະການບໍຣິຫານງານ
9.
ພຣະອາຈານ ບີ້ ເປັນ
ກັມມະການບໍຣິຫານງານ
10.
ພຣະອາຈານ ບຸນລິດ ເປັນ
ກັມມະການບໍຣິຫານງານ
11.
ພຣະອາຈານ ຫຼ້າ ແກ້ວໄຊຍະເສນ ເປັນ ກັມມະການບໍຣິຫານງານ
12.
ພຣະອາຈານ ວຸດ ເປັນ
ກັມມະການບໍຣິຫານງານ
13.
ພຣະອາຈານ ກິວັງຟານ ເປັນ ກັມມະການບໍຣິຫານງານ
14. ພຣະອາຈານ ຄຳ ຄອງຈັນທະຈັກ
ມາດຕາ III : ຮັບຮອງເອົາ ຄະນະທີ່ປືກສາ
ຄະນະບໍຣິຫານວຽກງານ ອົງການພຸດທະສາສະໜາສັມພັນລາວ ເມືອງ ພະລານໄຊ ປະກອບດ້ວຍ 1 ອົງ
ດັ່ງນີ້ :
1, ພຣະອາຈານ ຈັນ ຊາປາກດີ ທີ່ປືກສາ
ມາດຕາ IV
:
ຮັບຮອງເອົາ ຕໍາແໜ່ງຄະນະບໍຣິຫານງານ ອົງການພຸດທະສາສະໜາສັມພັນລາວ ເມືອງ ພະລານໄຊ
ທັງຄະນະປະທານ ແລະ ກັມມາທິການຕ່າງໆ ດັ່ງນີ້:
ມາດຕາ IV.1 :
ຄະນະປະທານ
ຄະນະປະທານບໍຣິຫານງານ
ອົງການພຸດທະສາສະໜາສັມພັນລາວ ເມືອງພະລານໄຊ
1.
ພຣະອາຈານ ນິລັນຍາ ມະນີວົງ ປະທານ
ອພສ ເມືອງພະລານໄຊ ຊີ້ນຳລວມໃນທຸກຂົງເຂດວຽກງານ ອົງການພຸດທະສາສະໜາສັມພັນລາວ
ເມືອງ
2.
ພຣະອາຈານ ກົງ ສີທະນົນໄຊ ເປັນ
ຮອງປະທານ 1
ຊີ້ນຳ
ກັມມາທິການປົກຄອງສົງ ແລະ ກັມມາທິການສາທາຣະນູປະການ
3.
ພຣະອາຈານ ອິນ ໄຊຍະຫວັດ
ຮອງປະທານ 2
ຊີ້ນຳ
ກັມມາທິການສຶກສາສົງ ແລະ ກັມມາທິກາຍເຜີຍແຜ່ສີລະທັມ
ມາດຕາ IV.2 : ຫ້ອງການບໍຣິຫານງານ ອົງການພຸດທະສາສະໜາສັມພັນລາວ ເມືອງ ພະລານໄຊ ປະກອບມີ 4 ອົງ
1.
ພຣະອາຈານ ຄຳໄພ ໄຊຍະກອນ ເປັນຫົວໜ້າຫ້ອງການບໍຣິຫານງານ
2.
ພຣະອາຈານ ຄູນ ເກດມາລາ ຮອງຫົວໜ້າຫ້ອງການ
3.
ພຣະອາຈານ
ຫຼ້າ ແກ້ວໄຊຍະເສນ ເປັນຄະນະ
4. ພຣະອາຈານ ວຸດ ເປັນຄະນະ
ມາດຕາ IV.3 : ກັມມາທິການປົກຄອງສົງ
ອົງການພຸດທະສາສະໜາສັມພັນລາວ ເມືອງ ພະລານໄຊ
ປະກອບມີ: 4 ອົງ
1.
ພຣະອາຈານ ບຸນມີ ນັນທະລາດ ເປັນຫົວໜ້າກັມມາທິການ
2.
ພຣະອາຈານ ວຽງ ສີສຸພັນ ຮອງຫົວໜ້າກັມມາທິການ
3.
ພຣະອາຈານ ບີ້ ເປັນຄະນະ
4. ພຣະອາຈານ ກິວັງຟານ ເປັນຄະນະ
ມາດຕາ IV.4: ກັມມາທິການສຶກສາສົງ
ອົງການພຸດທະສາສະໜາສັມພັນລາວ ເມືອງ ພະລານໄຊ ປະກອບມີ: 2 ອົງ
1.
ພຣະອາຈານ
ອິນ ໄຊຍະຫວັດ
ເປັນຫົວໜ້າກັມມາທິການ
2.
ພຣະອາຈານ
ບຸນມີ ນັນທະລາດ ເປັນຮອງຫົວໜ້າກັມມາທິການ
ມາດຕາ IV.5: ກັມມາທິການເຜີຍແຜ່ສີລະທັມ
ແລະ ປະຕິບັດກຳມະຖານ ອົງການພຸດທະສາສະໜາສັມພັນລາວ
ເມືອງ ພະລານໄຊ ປະກອບມີ: 3 ອົງ
1. ພຣະອາຈານ ພູວົງ ສິງອ່ອນ
ເປັນຫົວໜ້າກັມມາທິການ 2. ພຣະອາຈານ ຄຳ ຄອງຈັນທະຈັກ ເປັນຮອງຫົວໜ້າ
3. ພຣະອາຈານ ກິວັງຟານ ເປັນຄະນະ
ມາດຕາ IV.6: ກັມມາທິການສາທາຣະນູປະການ
ອົງການພຸດທະສາສະໜາສັມພັນລາວ ເມືອງ ພະລານໄຊ
ປະກອບມີ: 3 ອົງ
1.
ພຣະອາຈານ
ນັດ ເປັນຫົວໜ້າກັມມາທິການ
2.
ພຣະອາຈານ
ມຸດ ຮອງຫົວໜ້າກັມມາທິການ
3. ພຣະອາຈານ ບີ້ ເປັນຄະນະ
ມາດຕາ
V : ສິດແລະໜ້າທີ່ວຽກງານຂອງ ຄະນະ ອພສ ເມືອງ
1. ປະທານ ອພສ ເມືອງ, ຮອງປະທານ ອພສ ເມືອງ ແລະ ຄະນະ ອພສ
ຂັ້ນເມືອງ ປະຕິບັດຕາມຫຼັກການລວມສູນປະຊາທິປະໄຕ,
ເຮັດວຽກເປັນໜູ່ຄະນະ ມີຜູ້ຮັບຜິດ ຊອບຢ່າງລະອຽດຈະແຈ້ງ,
2. ມີສິດຮຽກຮ້ອງກອງປະຊຸມ ແລະຕົກລົງປັນຫາຕ່າງໆ ທີ່ກ່ຽວຂ້ອງກັບວຽກງານ ອພສ.
3. ມີສິດສຶກສາອົບຮົມ ພຣະສົງ-ສາມະເນນ, ພໍ່ຂາວ-ແມ່ຂາວ
ແລະ ສັງກະລີ ຢູ່ພາຍໃນວັດ ຂອບເຂດຄວາມຮັບຜິດຊອບຂອງຕົນ.
4. ມີສິດປະສານສົມທົບກັບບັນດາ ອົງການຈັດຕັ້ງທີ່ກ່ຽວຂ້ອງ ພາຍໃນເມືອງ.
ມາດຕາ VI : ຫ້ອງການບໍຣິຫານງານ ອພສ ເມືອງ,
ບັນດາກັມມາທິການ ແລະ ພາກສ່ວນທີ່ກ່ຽວຂ້ອງ ພ້ອມດ້ວຍພຣະອາຈານອົງທີ່ໄດ້ຮັບການແຕ່ງຕັ້ງຕາມຂໍ້ຕົກລົງນີ້ ຈົ່ງຮັບຮູ້ ແລະ ຈັດຕັ້ງປະຕິບັດໜ້າທີ່ວຽກງານ ຕາມພາຣະບົດບາດ
ສິດທິ ແລະ ໜ້າທີ່ຂອງຕົນ ໃຫ້ສຳເລັດຜົນເປັນຢ່າງດີ.
ມາດຕາ
VII : ຂໍ້ຕົກລົງສະບັບນີ້
ມີຜົນສັກສິດນັບແຕ່ມື້ລົງລາຍເຊັນເປັນຕົ້ນໄປ.
ທີ່ ສະຫວັນນະເຂດ ວັນທີ 17 ກໍລະກົດ 2025
ປະທານ ອົງການພຸດທະສາສະໜາສັມພັນລາວ ແຂວງ ສະຫວັນນະເຂດ
ບ່ອນສົ່ງ
ຫ້ອງການບໍຣິຫານງານ ອພສ ເມືອງ 1 ສະບັບ
ກັມມາທິການ ອພສ ເມືອງ 4 ສະບັບ
ຫ້ອງວ່າການປົກຄອງເມືອງ 1 ສະບັບ
ແນວລາວສ້າງຊາດເມືອງ 1 ສະບັບ
ຫ້ອງການພາຍໃນເມືອງ 1 ສະບັບ
ຫ້ອງການ ຖວທ ເມືອງ 1 ສະບັບ
ປກສ ເມືອງ 1 ສະບັບ
ຫ້ອງການບໍຣິຫານງານ ອພສ ແຂວງ 1 ສະບັບ