ພິທີເປີດໂຕ ພຣະໄຕປິດົກລາວ ສະບັບພາສາບາລີລາວ ແລະ ສະບັບພາສາລາວ
ຄັ້ງປະຫວັດສາດຫນ້າໃຫມ່
ພິທີເປີດໂຕ ພຣະໄຕປິດົກລາວ ສະບັບພາສາບາລີລາວ ແລະ ສະບັບພາສາລາວ
ວັນທີ 18 ທັນວາ 2024 ທີ່ລານໜ້າຮູບປັ້ນພຣະເຈົ້າໄຊຍະເສດຖາທິລາດ ພຣະທາດຫຼວງວຽງຈັນ
🪷🪷🪷ວັນທີ 18 ທັນວາ2024🪷🪷🪷
🙏ພຣະອາຈານໃຫຍ່ ປານ ສຸພັນໂທ ຄະນະກັມມະການສູນກາງ ອພສ ປະທານ ອົງການພຸດທະສາສະໜາສັມພັນລາວ ແຂວງສະຫວັນນະເຂດ.
🙏ພຣະອາຈານໃຫຍ່ ແກ້ວອຸດອນ ໂຊຕິທັມໂມ
ຄະນະກັມມະການສູນກາງ ອພສ ຮອງປະທານ ອົງການພຸດທະສາສະໜາສັມພັນລາວ ແຂວງສະຫວັນນະເຂດ.
🙏ພຣະອາຈານໃຫຍ່ ປອ ຈັນດາ ເຄນສັກດາ ຄະນະກັມມະການສູນກາງ ອພສ ຮອງປະທານ ອົງການພຸດທະສາສະໜາສັມພັນລາວ ແຂວງສະຫວັນນະເຂດ.
ໄດ້ເມຕຕາເດີນທາງໄປ ເຂົ້າຮ່ວມກອງປະຊຸມຄົບຄະນະກັມມະການບໍລິຫານງານສູນກາງອົງການພຸດທະສາສະໜາສັມພັນແຫ່ງ ສປປ ລາວ ຄັ້ງທີ 04 ສະໄໝທີ VIIl.
ທີ່ຫໍທັມມະສະພາ ວັດພຣະທາດຫລວງເໜືອ ເມືອງໄຊເຊດຖາ ນະຄອນຫລວງວຽງຈັນ
ຄັ້ງວັນທີ 18-19 ທັນວາ 2024.





















